ນັກກິລາລາວ ໄດ້ຫລຽນຄໍາ ໃນລາຍການໂວວີນາມຊີງແຊັມໂລກ!!!

ນັກກິລາໂວວີນາມທີມຊາດລາວ ສ້າງຊື່ສຽງໃນລະດັບໂລກຢ່າງພາກພູມໃຈຫລັງໄດ້ 1 ຫລຽນຄໍາ,2 ຫລຽນ ເງິນ ແລະ 8 ຫລຽນທອງໃນການແຂ່ງຂັນໂວວີນາມ ຊິງແຊັມໂລກ 2019 ທີ່ຈັດຢູ່ປະເທດກໍາປູເຈຍແຕ່ວັນທີ 16-22 ທັນວານີ້.

ລາຍການນີ້ມີນັກກິລາ 24 ປະເທດເຂົ້າຮ່ວມ ຊຶ່ງສປປ ລາວ ໄດ້ສົ່ງນັກກິລາ 11 ຄົນຮ່ວມແຂ່ງຂັນ ແລະ ກໍ່ສາມາດຍາດໄດ້ 1 ຫລຽນຄໍາຈາກທ້າວ ໄພລັດ ທໍາມະວົງສາ ປະເພດຟ້ອນດ່ຽວຊາຍມີອຸປະກອນ ເຈົ້າຂອງຫລຽນທອງກິລາຄິກບ໋ອກຊິງໃນຊີເກມ 2019 ແລະ 2 ຫລຽນເງິນ ຈາກ ນາງມາລາ ຈັນທະລັກສາ ປະເພດຕໍ່ສູ້ ນໍ້າໜັກ 48 ກິໂລ ແລະ ທ້າວ ໄຊຊະນະ ຮວ່າງລໍຄຳ ປະເພດຕໍ່ສູ້ ນໍ້າໜັກ 60 ກິໂລ.

ນັກກິລາວີໂວນາມທີມຊາດລາວ 11 ຄົນທີ່ຮ່ວມແຂ່ງຂັນລະດັບໂລກຄັ້ງນີ້ິ້ມີນາງ ມາລາ ຈັນທະລັກສາ,ນາງ ພິກສະໄໝ ອິນສຸມັງ,ນາງ ກຸ້ງກິ້ງ ບຸດດາໄຊ,ທ້າວ ພິລາວັນ ຈັນທະກາລີ,ທ້າວ ໄພລັດ ທຳມະວົງ ສາ,ທ້າວ ພຸດທະສິນ ປ່ຽງປັນຍາ,ທ້າວ ໂພຄຳ ພົມມະຈັນ,ທ້າວ ໄຊຊະນະ ຮວ່າງລໍຄຳ,ທ້າວ ສອນພະ ຈັນ ອຸດທະວົງ,ທ້າວ ສົມໝາຍ ຜາງນີວົງ ແລະ ທ້າວ ຄຳຫລ້າ ແກ້ວມະນີ.

ແຫຼ່ງຂໍ້ມູນ: ຂ່າວ ແລະ ຮູບພາບຈາກທ່ານ ວຽງສຸກ ຮັງເງິນ ຄູຝຶກໂວວີນາມທີມຊາດລາວ,

ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...