Saturday, November 15, 2025
Kbank Laos โอน รับ จ่าย

ເສນາທິການກອງທັບ ມອບ-ຮັບໜ້າທີ່ຫົວໜ້າກົມກົດລັບ ລະຫວ່າງຜູ້ເກົ່າແລະຜູ້ໃໝ່

ທີ່ຫ້ອງປະຊຸມກົມກົດລັບກົມໃຫຍ່ ເສນາທິການກອງທັບ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງສະ ຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ຫົວໜ້າກົມກົດລັບ (ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍ ບຳນານ ແລະ ສະຫາຍ ພັນເອກ ອໍາພອນ ທະວີໄຊ ຫົວໜ້າກົມກົດລັບ (ຜູ້ໃໝ່).

ໂດຍມີ ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມ ມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ບັນດາສະ ຫາຍຜູ້ຕາງໜ້າກົມ, ກອງ, ຫ້ອງການ ແລະ ພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ການຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມກົດລັບຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ແລະ ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບ ເບ້ຍບຳນານຂອງນາຍທະຫານກະຊວງປ້ອງກັນປະເທດ.

ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ອຳພອນ ທະວີໄຊ ເປັນຫົວໜ້າກົມກົດລັບ ກົມໃຫ່ຍເສນາທິການກອງທັບຜູ້ໃໝ່ປ່ຽນແທນສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ຫົວໜ້າກົມກົດລັບ(ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍບຳນານ.

ໂອກາດນີ້ ສະຫາຍ ພົນຈັດຕະວາ ພອນໃຈ ພັນທະວົງ ໄດ້ສະ ຫຼຸບຄືນຜ່ານການນຳພາຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານ ມາ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດໃນການເປັນເສນາທິ ການດ້ານວຽກງານພັກ-ວຽກ ງານການເມືອງໃຫ້ແກ່ຄະນະພັກກົມໃຫຍ່ການເສນາທິການກອງທັບ.

ໂດຍສະເພາະແມ່ນວຽກງານ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການໂຄສະນາເຜີຍແຜ່ວຽກ ງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.

ຫຼັງຈາກນັ້ນກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການ.

ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມມະສັກ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຫົວໜ້າກົມກົດລັບຜູ້ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ໝົດໄປເທື່ອລະກ້າວ.

ເພື່ອເຮັດສຳເລັດໜ້າທີ່ການເມືອງຕາມທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ, ສືບຕໍ່ຮັບປະກັນໃນການເປັນເສ ນາທິການໃຫ້ແກ່ຄະນະພັກກົມໃຫຍ່ເສນາທິການກອງທັບ ໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ.

ຕັ້ງໜ້າປັບປຸງກໍ່ສ້າງເຫຼົ່າຮົບທາງດ້ານການຈັດຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ, ມີການຈັດຕັ້ງລະບົບຄົບຊຸດຖືກຕາມການຕົກລົງຂອງຂັ້ນເທິງ, ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ການເມືອງມີສະຕິຕໍ່ການຈັດຕັ້ງ ລະບຽບວິໄນດີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາ ມາດທາງດ້ານວິຊາການ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.

ແຫຼ່ງຂໍ້ມູນ: ໂດຍ: ເກນ ວິໄລສານ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.