Thursday, May 15, 2025
Kbank Laos โอน รับ จ่าย

ກຸ່ມອາສາ ຮຽກຮ້ອງສັງຄົມໃຫ້ຊ່ວຍກັນອະນາໄມ ຮັກສາຄວາມສະອາດ ແຄມຂອງເຈົ້າອານຸ!!!

ໃນຕອນແລງວັນທີ 21 ທັນວາ 2019 ທີ່ແຄມຂອງ ບໍລິເວນ 3 ແຍກ ແຖວແມ່ຄ້າຂາຍຜັກ ເຫັນຂີ້ເຫຍື້ອຖືກຖີ້ມເປັນຈໍານວນຫລາຍເປັນກອງໃຫຍ່ ແລະ ມີກິ່ນເໝັນ.

ເຮັດໃຫ້ ສ ສະອາດ ຢູ່ຈຸດນັ້ນກໍ່ຄືນະຄອນຫລວງວຽງຈັນຫາຍໄປ ຄວາມບໍ່ສວຍງາມຄວາມບໍ່ສະອາດເຂົ້າມາແທນທີ່ທ່າມກາງນັກທ່ອງທ່ຽວຕ່າງປະເທດ ແລະ ມວນຊົນທຸກເພດໄວຍ່າງກາຍໄປ-ມາ.

ກຸ່ມອາສາດ້ວຍໃຈ ຮັກຄວາມະອາດໄດ້ເຮັດອານາໄມຢູ່ຈຸດນັ້ນແລ້ວ ເກັບຂີ້ເຫຍື້ອໄດ້ 6 ຖົງຢາງໃຫຍ່ຢູ່ຈຸດດຽວ ແລະ ສາມາດເຮັດໃຫ້ຈຸດນັ້ນກັບມາສະອາດສວຍງາມອີກຄັ້ງ.

ສະນັ້ນ ຈຶ່ງຮ້ອງຂໍມາຍັງທຸກພາກສ່ວນມວນຊົນທຸກເພດໄວໃຫ້ຄວາມສົນໃນໃສ່ໃຈຮັກສາຄວາມສະອາດນໍາກັນດ້ວຍ ເພື່ອບ້ານເມືອງປະເທດເຮົາຈະໜ້າຢູ່ຫລາຍຂຶ້ນກາຍເປັນປະເທດປອດຂີ້ເຫຍືອ ແລະ ມີຄວາມສີວິໄລມີຄວາມຈະເລີນທຸກໆດ້ານ

ໂດຍສະເພາະຊັບພະຍາກອນມະນຸດ, ບຸກຄະລາກອນຕ້ອງຈະເລີນພັດທະນາຢ່າງຮອບດ້ານ ຈາກນັ້ນປະເທດຈຶ່ງຈະພັດທະນາຮຸ່ງເຮືອງສີວິໄລເທົ່າທຽມກັບປະເທດທີ່ພັດທະນາແລ້ວ.

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້