Sunday, November 16, 2025
Kbank Laos โอน รับ จ่าย

ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານທົ່ວກົມໃຫຍ່ການເມືອງກອງທັບ

ຫ້ອງການເມືອງ, ກົມໃຫຍ່ການ ເມືອງກອງທັບ ໄດ້ຈັດພິທີປະກາດ ເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ ນາຍທະຫານທົ່ວກົມໃຫຍ່ການ ເມືອງກອງທັບ ຈຳນວນ 68 ສະ ຫາຍ, ໃນນັ້ນເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ ຈຳນວນ 31 ສະຫາຍ,

ເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກ ຈຳນວນ 20 ສະຫາຍ,

ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ ຈຳນວນ 17 ສະຫາຍ.

ໂອກາດເຂົ້າຮ່ວມເປັນປະທານພິທີໃນຄັ້ງນີ້ ມີສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ

ເຊິ່ງສະຫາຍໄດ້ມີຄຳ ເຫັນວ່າ:

ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃນຄັ້ງນີ້ແມ່ນເປັນກຽດສັກສີອັນສູງສົ່ງ ທີ່ການຈັດຕັ້ງຂັ້ນເທິງໄວ້ເນື້ອເຊື່ອໃຈ, ສະນັ້ນຕ້ອງເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນຕື່ມ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ ບໍ່ວ່າທາງການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ຕັ້ງຕໍ່ບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ລັດ ແລະ ຕໍ່ປະຊາຊົນ,

ປັບປຸງແບບແຜນວິທີ ນຳພາ-ບັນຊາ, ແບບແຜນວິທີເຮັດ ວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ, ແທດເໝາະກັບສະພາບການຕົວຈິງຢ່າງລະອຽດ ເພື່ອປະກອບສ່ວນເຂົ້າໃນ ການປັບປຸງກົມກອງໃຫ້ໜັກແໜ້ນ ເຂັ້ມແຂງ ເທື່ອລະກ້າວ.

ແຫຼ່ງຂໍ້ມູນ: ໂດຍ: ເພັດ ສົມນໍວັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.