ຕົວເລກລັດຖະກອນໃໝ່ ປີ 2020 ມີ 2.000 ຕຳແໜ່ງ ເພີ່ມຂຶ້ນ 500 ຕຳແໜ່ງ ຈາກປີ 2019

ພາບປະກອບ

ໃນປີ 2020 ລັດຖະບານ ຈະຮັບລັດຖະກອນໃໝ່ຈຳນວນ 2.000 ຕຳແໜ່ງ ເຊິ່ງເພີ່ມຂຶ້ນ 500 ຕຳແໜ່ງຈາກປີ2019 ໂດຍຈະຈັດສັນໃຫ້ຂົງເຂດສຶກສາ, ສາທາ, ແຂວງ ແລະ ເມືອງເປັນສ່ວນໃຫຍ່.

ສຳລັບການສັບຊ້ອນບັນຈຸໃຫ້ຜ່ານການສອບເສັງຕາມຫຼັກການ ແລະ ຂັ້ນຕອນຢ່າງເຂັ້ມງວດ ບົນພື້ນຖານຄວາມຮູ້ – ຄວາມສາມາດ ສອດຄ່ອງກັບມາດຕະຖານຕຳແໜ່ງງານວ່າງ.

ອີງຕາມການລາຍງານຂອງໜັງສືພິມເສດຖະກິດ ການຄ້າ ສະບັບອອນລາຍໃຫ້ຮູ້ວ່າ:

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2019 ໄດ້ໄຂຂຶ້ນໃນວັນທີ 19 ແລະ ປິດລົງໃນວັນທີ 20 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 7 ເອກະສານສໍາຄັນ.

ສຳລັບເອກະສານທີ 7 ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການແບ່ງຕົວເລກລັດຖະກອນໃໝ່ ປີ 2020 ໃຫ້ບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນ 2.000 ຄົນ ຕາມມະຕິຂອງສະພາແຫ່ງຊາດໄດ້ຮັບຮອງ ໂດຍຈະຈັດສັນໃຫ້ຂົງເຂດສຶກສາ, ສາທາ, ແຂວງ ແລະ ເມືອງເປັນສ່ວນໃຫຍ່.

ສຳລັບການສັບຊ້ອນບັນຈຸໃຫ້ຜ່ານການສອບເສັງຕາມຫຼັກການ ແລະ ຂັ້ນຕອນຢ່າງເຂັ້ມງວດ ບົນພື້ນຖານຄວາມຮູ້ – ຄວາມສາມາດ ສອດຄ່ອງກັບມາດຕະຖານຕຳແໜ່ງງານວ່າງ, ຫ້າມຮັບເອົາພະນັກງານອາສາສະໝັກ, ພະນັກງານຕາມສັນຍາເຂົ້າເປັນລັດຖະກອນໂດຍບໍ່ຜ່ານການສອບເສັງ.

ພ້ອມກັນນີ້ ກອງປະຊຸຸມ ໄດ້ຊີ້ນຳໃຫ້ບັນດາການນຳຂອງຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຕິດຕາມຊີ້ນຳໃນການສອບເສັງລັດຖະກອນໃຫ້ມີຄວາມໂປ່ງໃສ, ສະເໝີພາບ ແລະ ຍຸຕິທຳ.

ແຫຼ່ງຂໍ້ມູນ: Soupsip Update

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.