ລມຕ ກະຊວງສາທາລະນະສຸກ ຕ້ອນຮັບຜູ້ອຳນວຍການ ອົງການອາຫານໂລກ ປະຈຳພາກພື້ນອາຊີ-ປາຊີຟິກ

ທີ່ກະຊວງສາທາລະນະສຸກ, ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເດວິດ ກາຕຣຸດ ຜູ້ອຳຮວຍການ ອົງການອາຫານໂລກ ປະຈຳ ພາກພື້ນອາຊີ-ປາຊີຟິກ ແລະ ທ່ານ ຢັງ ເດແບຣເລີ ຜູ້ອຳນວຍການ, ທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ ຄົນໃໝ່.

ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເດວິດ ກາຕຣຸດ ແລະ ທ່ານ ຢັງ ເດແບຣເລີ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຮ່ວມມືທີ່ດີ ແລະ ຊ່ວຍເຫລືອຂອງອົງການອາຫານໂລກທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ພ້ອມຫວັງວ່າ, ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການອາຫານໂລກ ຈະເພີ່ມທະວີການຮ່ວມມື ແລະ ໃຫ້ ການສະໜັບສະໜູນ ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບ ຂອບວຽກງານຂອງອົງການອາຫານໂລກໃຫ້ບັນລຸໄດ້ຕາມຄາດໝາຍ. ນອກຈາກນີ້, ທ່ານ ດຣ.ບຸນກອງ ຍັງສະແດງຄວາມຂອບໃຈ ຕໍ່ອົງການດັ່ງກ່າວ, ທີ່ໃຫ້ການຊ່ວຍເຫລືອສຸກເສີນ ແກ່ປະຊາຊົນຜູ້ປະສົບໄພພິບັດ ທີ່ແຂວງ ອັດຕະປື ແລະ ບັນດາແຂວງອື່ນໆ ຂອງລາວ ທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດອັນໜັກໜ່ວງໃນປີ 2018 ນີ້, ພ້ອມອວຍພອນໃຫ້ ທ່ານຜູ້ຕາງໜ້າອົງການອາຫານໂລກ ຄົນໃໝ່ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ຂອງທ່ານ.

ທ່ານ ເດວິດ ແລະ ທ່ານ ຢັງ ເດແບຣເລີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ດຣ.ບຸນກອງ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງ ຄວາມຢືນຢັນວ່າ: ຈະສືບຕໍ່ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ແລະ ເພີ່ມທະວີການຮ່ວມມື ກັບລັດຖະບານລາວ ໃນການຈັດຕັ້ງປະຕິບັດແຜນ ການຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກຜົນທີ່ດີໃນຕໍ່ໜ້າ. ປັດຈຸບັນອົງການອາຫານໂລກ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຫລາຍໂຄງການ ເຊັ່ນ: ການປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດ ວຽກງານການພັດທະນາ ເສດຖະ ກິດ-ສັງຄົມ ແຫ່ງຊາດ ກໍຄື ການກະກຽມຮັບມືກັບໄພພິບັດ; ວຽກງານສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ; ໂຄງການລິເລີ່ມກ່ຽວກັບການດຳລົງຊີວິດ ທີ່ມີແບບແຜນດ້ານໂພຊະນາການ; ໂຄງການຄ້ຳປະກັນສະບຽງອາຫານ ແລະ ການຕະຫລາດ ແລະ ໂຄງການອາຫານເສີມ ໃຫ້ແກ່ໂຮງ ຮຽນປະຖົມ. 
#insidelaos
Cr.KPL
ພາບປະກອບ: www.lsecuritynews.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...