ມອບ-ຮັບ 2 ໂຄງການກໍ່ສ້າງຢູ່ເມືອງວຽງໄຊ ກຽມສະຫລອງຄົບຮອບ 50 ປີ

ບໍ່​ດົນ​ມາ​ນີ້, ​ມີ​ພິທີ​ ມອບ-ຮັບ ໂຄງການກໍ່ສ້າງວົງວຽນ 5 ແຍກທົ່ງນາໄກ່-ທາງປູແຮ່ທາງເຂົ້າສະໜາມບິນ ແລະ ໂຄງການກໍ່ສ້າງເດີນສະໜາມຫລວງ ເມືອງວຽງໄຊ ພາຍຫລັງ​ໄດ້ລົງມືກໍ່ສ້າງ ມາແຕ່ກາງເດືອນກຸມພາ 2018 ​ແລະ ມາຮອດປະຈຸບັນ​ແມ່ນ​ສໍາ​ເລັດ​ໂດຍ​ພື້ນຖານ.

ສຳລັບໂຄງການກໍ່ສ້າງວົງວຽນ 5 ແຍກທົ່ງນາໄກ່-ທາງປູແຮ່ເຂົ້າ ສະໜາມບິນ ປະກອບມີ 3 ໜ້າວຽກຄື: ກໍ່ສ້າງວົງວຽນ, ກໍ່ສ້າງຮູບປັ້ນຈໍາລອງໂຕໄກ່ ແລະ ທາງປູແຮ ໂດຍແມ່ນບໍລິສັດ ລາວລາດ ສະວົງພັດທະນາກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 700 ລ້ານກີບ ​ໂດຍນໍາໃຊ້ທຶນລັດຖະບານ 100%. ສ່ວນໂຄງການກໍ່ສ້າງສະໜາມຫລວງເມືອງວຽງໄຊ ປະກອບມີ 3 ໜ້າວຽກຄື: ກໍ່ ສ້າງ ສະຖານທີ່ເດີນຜາມໄຊ, ທາງປູຍາງ 2 ຊັ້ນອ້ອມເດີນສະໜາມຫລວງ ແລະ ກັນເຈື່ອນເຂດສະໜາມຫລວງ ​ເຊິ່ງມີມູນຄ່າທັງໝົດ 5,2 ຕື້ກວ່າກີບ ​​ເຊິ່ງນຳໃຊ້ທຶນລັດຖະບານລາວ 100% ໂດຍແມ່ນ ບໍລິສັດ ພອນຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ.

ສອງ​ໂຄງການ​ດັ່ງກ່າວ ກໍເປັນໂຄງການທີ່ນອນຢູ່ໃນ 9 ກິດຈະກຳ ໃນການພັດທະນາເມືອງວຽງໄຊ ເພື່ອກຽມໃສ່ງານສະເຫລີມສະຫລອງເມືອງວຽງໄຊ ຄົບຮອບ 50 ປີທີ່ຈະຈັດຂຶ້ນ ໃນທ້າຍເດືອນ ພະຈິກ 2018 ທີ່ຈະມາເຖິງນີ້.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...