ດ່ວນ! ແຈ້ງເຕືອນເຖິງປະຊາຊົນ ທີ່ອາໄສຢູ່ຕາມສາຍນ້ຳຕອນ ຫ້າມຫາປາມາກິນເດັດຂາດ ສ່ຽງເຖິງຂັ້ນເສຍຊີວິດໄດ້

ເຈົ້າເມືອງສັງທອງໄດ້ອອກແຈ້ງການຫ້າມນໍາເອົາປາຕາຍຕາມລ້ອງແມ່ນໍ້າຕອນມາບໍລິໂພກ.

ຈາກກໍລະນີ ມີປະຊາຊົນໄດ້ໂພສຮູບປາຕາຍລົງສື່ສັງຄົມອອນລາຍເປັນຈໍານວນຫຼວງຫຼາຍ ເຊິ່ງລະບຸວ່າ ເຂດແມ່ນໍ້າຕອນບ້ານໃຫຍ່ນາຈະເລີນ, ເມືອງສັງທອງ ນະຄອນຫຼວງວຽງຈັນ ມີປາຕາຍຈໍານວນຫລາຍໂດຍທີ່ບໍ່ຮູ້ສາເຫດ ເມື່ອທ້າຍອາທິດຜ່ານມາ.

ເມື່ອເປັນດັ່ງນັ້ນ, ຫ້ອງວ່າການ ເມືອງສັງທອງ ຈຶ່ງໄດ້ອອກແຈ້ງການເຖິງ ບັນດາຫົວໜ້າຫ້ອງການ, ກອງບັນຊາການ ປກຊ-ປກສ, ເລຂາພັກບ້ານ-ນາຍບ້ານ, ພະນັກງານຮາກຖານທົ່ວເມືອງ ສັງທອງ ຫ້າມນໍາເອົາສັດນໍ້າທີ່ຕາຍຕາມສາຍນໍ້າຕອນມາຈຳໜ່າຍ ແລະ ບໍລິໂພກ.

ຫ້ອງວ່າການ ເມືອງສັງທອງແຈ້ງວ່າ: ໃຫ້ອຳນາດການປົກຄອງບ້ານ ທີ່ອາໄສຢູ່ຕາມສາຍນໍ້າຕອນ ເປັນເຈົ້າການແຈ້ງປະຊາຊົນທີ່ຫາກິນຢູ່ຕາມສາຍນໍ້າຕອນ ກໍລະນີພົບເຫັນປາ, ສັດນໍ້າທຸກປະເພດທີ່ຕາຍແມ່ນຫ້າມນຳມາບໍລິໂພກ ແລະ ຈຳໜ່າຍຢ່າງເດັດຂາດ, ຖ້າພົບເຫັນສັດນໍ້າທຸກປະເພດໃຫ້ທຳລາຍຖິ້ມດ້ວຍການຝັງ ຫຼື ເຜົາທຳລາຍຖິ້ມ, ຫ້າມນໍາມາປຸ່ງແຕ່ງ ຫຼື ບໍລິໂພກເດັດຂາດ.

ມອບໃຫ້ອຳນາດການປົກຄອງບ້ານແຈ້ງ ໃຫ້ປະຊາຊົນລະມັດລະວັງໃນການນໍ້າໃຊ້ນໍ້າຕອນ ເພື່ອມາບໍລິໂພກ ຫຼື ໃຫ້ສັດລ້ຽງກິນ. ກໍລະນີທີ່ມີປະຊາຊົນນຳໃຊ້ນໍ້າຕອນຫາກມີອາການຜິດປົກກະຕິ ໃຫ້ຮີບຮ້ອນໄປພົບແພດຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ.

ມອບໃຫ້ຂະແໜງການທີ່ກ່ຽວຂ້ອງສົມທົບອຳນາດການປົກຄອງ ບ້ານຕິດຕາມເບິ່ງສະພາບສັດນໍ້າຕາມສາຍນໍ້າຕອນ ຫາກມີປະກົດການໃຫ້ຮີບຮ້ອນລາຍງານພາກສ່ວນກ່ຽວຂ້ອງລົງກວດກາ ແລະເຮັດບົດບັນທຶກລາຍງານໃຫ້ຂັ້ນເທິງ ເປັນແຕ່ລະໄລຍະ.
#insidelaos
Cr.ຈົດຫມາຍຂ່າວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...