ຊົມເຊີຍ! ກະຊວງປ້ອງກັນປະເທດເປີດການແຂ່ງຂັນສິລະປະ ຂ່ຳນັບຮັບຕ້ອນວັນກອງທັບ ຄົບຮອບ 70 ປີ


ພິທີເປີດການແຂ່ງຂັນສິລະປະວັນນະຄະດີ ທົ່ວກອງທັບຄັ້ງທີ V ໄດ້ຈັດຂຶ້ນ ໃນມື້ນີ້ ແລະມື້ອື່ນ ທີ່ກະຊວງປ້ອງກັນປະເທດ, ໂດຍມີຄະນະສິລະປະ ຈາກກຳລັງຫລວງ ແລະ ກຳລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ 9 ຄະນເຂົ້າຮ່ວມ. ໃນນັ້ນ, ມີ ກອງບັນຊາການທະຫານ ແຂວງອຸດົມໄຊ, ກອງບັນຊາການທະຫານ ແຂວງວຽງຈັນ, ກອງບັນຊາການທະຫານ ແຂວງສະຫວັນນະເຂດ, ກອງບັນຊາການທະຫານ ແຂວງສາລະວັນ, ກົມໃຫຍ່ການເມືອງກອງທັບ, ກົມ 213, ຫ້ອງວ່າການກະຊວງປ້ອງກັນປະເທດ, ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ກອງພັນໃຫຍ່ ລົດ ຕັງ-ຍານເກາະ 661, ເຊິ່ງແຕ່ລະຄະນະ ຈະສະແດງ 5 ລາຍການ, ເລີ່ມແຕ່ເວລາ 19 ໂມງ ເປັນຕົ້ນໄປ ເຂົ້າຊົມຟຣີ.

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ກ່າວວ່າ: ຈຸດປະສົງໃນການຈັດການຈັດງານແຂ່ງຂັນດັ່ງກ່າວ, ແມ່ນເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບ ປະຊາ ຊົນລາວ ຄົບຮອບ 70 ປີ ແລະ ແນ່ໃສ່ປຸກລະດົມຊຸກຍູ້ແນວຄິດ, ຈິດໃຈພະນັກງານນັກຮົບ ໃນກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ໃຫ້ມີຄວາມເອກອ້າງທະນົງໃຈຕໍ່ຜົນງານ, ໄຊຊະ ແລະ ທາດ ແທ້ມູນເຊື້ອວິລະກຳອັນລໍ້າເລີດ ຂອງກອງທັບ ໃນ 70 ປີຜ່ານມາ ເພື່ອພ້ອມກັນເສີມຂະ ຫຍາຍທາດແທ້ ມູນເຊື້ອອັນດີງາມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຫັນເອົາ ຂະບວນການສິລະປະ-ວັນນະຄະດີ ເປັນການສຶກສາອົບຮົມການເມືອງ-ແນວຄິດ ຍົກສູງຈິດໃຈຮັກຊາດຮັກລະບອບ ປະຊາທິ ປະໄຕ ປະຊາຊົນ ປັບປຸງກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດ ມີແບບແຜນທີ່ທັນສະໄໝ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: