ຂໍຂອບໃຈນຳຜູ້ສະໜັບສະໜູນ


ເຈົ້າ​ໜ້າ​ທີ່ກອງກວດ​ກາ​ປ່າ​ໄມ້ ແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ກວດ​ຢຶດ​ສັດ​ປ່າ, ຊາກ​ສັດ​ປ່າ ພ້ອມ​ດ້ວຍ​ເຄື່ອງ​ປ່າ​ຂອງ​ດົງ ຈຳ​ນວນ​ຫລາຍ​ລາຍ​ການ ແລະ​ ລົດ​ກະ​ບະ ຟອດ​ແລນ​ເຈີ້ (ສີ​ຂາວ) ໝາຍ​ເລກ​ທະ​ບຽນ 34G-14226, ເຊິ່ງ​ຂັບ​ຂີ່​ໂດຍ ທ້າວ ຫງວຽນ ແທັງ ຈຸງ ເປັນ​ຄົນ​ສັນ​ຊາດ​ຫວຽດ​ນາມ ໄດ້ຢູ່​ບໍ​ລິ​ເວນ​ທາງ​ເລກ 9 (ເຂດ​ເມືອງ​ເຊ​ໂປນ) ຕາມ​ການ​ສັນ​ນິ​ຖານ​ເບື້ອງ​ຕົ້ນ ​ເຄື່ອງ​ດັ່ງ​ກ່າວ ຄາດ​ວ່າ​ໄດ້​ມີ​ການ​ເກັບ​ຊື້ຢູ່​ເຂດ​ເມືອງ​ພີນ.

ທ່ານ ສີ​ພາ​ວັນ ໄຊ​ສີ ຮອງ​ຫົວ​ໜ້າ​ກອງກວດ​ກາ​ປ່າ​ໄມ້​ ແຂວງສະຫວັນ​ນະ​ເຂດ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ສັດ​ປ່າ, ຊາກ​ສັດ​ປ່າ ແລະ​ ເຄື່ອງ​ປ່າ​ຂອງ​ດົງ​ທີ່ຢຶກ​ໄດ້​ໃ ນຄັ້ງ​ນີ້ ປະ​ກອບ​ມີ ຂີ້​ຊີ ຈຳ​ນວນ 5 ສອບ, ນ້ຳ​ໜັກ 197 ກິ​ໂລ, ໜໍ່​ໄມ້​ແຫ້ງ ຈຳ​ນວນ 1 ກະ​ສອບ, ໜັກ 8 ກິ​ໂລ, ດອກ​ເຜິ້ງ 1 ກະ​ສອບ, ໜັກ 5 ກິ​ໂລ. ນອກນັ້ນ ຍັງ​ມີ​ຊາກ​ໝູ​ປ່າ 1 ໂຕ, ໜັກ 35 ກິ​ໂລ, ​ເໝັ້ນ 1 ໂຕ, ໜັກ 10 ກິ​ໂລ, ​ເຫງັນ 2 ໂຕ, ໜັກ 10 ກິ​ໂລ ​ແລະ ຍັງ​ມີ​ສັດ​ທີ່​ຍັງ​ມີ​ຊີ​ວິດ​ຄື: ເຫງັນ 3 ໂຕ, ໜັກ 9 ກິ​ໂລ, ງູ​ສິງ 2 ຖົງ, ໜັກ 13 ກິ​ໂລ, ເຕົ່າ 1 ​ໂຕ ແລະ ​ແລນ 1 ໂຕ.

ທ່ານ ສີ​ພາ​ວັນ ໄຊ​ສີ ຍັງ​ໃຫ້​ຮູ້​ອີກ​ວ່າ: ຕາມສອບ​ຖາມ​ຄົນ​ຂັບ​ລົດ​ຄັນ​ດັ່ງກ່າວ​ບອກ​ວ່າ ສັດ​ຈຳ​ນວນ​ດັ່ງ​ກ່າວ ​ແມ່ນ​ມີ​ຄົນ​ຝາກ​​ໄປ​ປະ​ເທດ​ຫວຽດ​ນາມ ໂດຍ​ທີ່​ເຈົ້າ​ຂອງ​ລົດ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ ແຕ່​ເຈົ້າ​ໜ້າ​ທີ່ຍັງ​ບໍ່​ທັນ​ເຊື່ອ​ຄຳ​ໃຫ້​ການ​ຂອງ​ຜູ້​ກ່ຽວ ​ແລະ ຍັງ​ຈະ​ຊອກ​ຫາ​ຕົ້ນ​ຕໍ​ເຈົ້າ​ຂອງ​ເຄື່ອງ​ດັ່ງ​ກ່າວ ເພື່ອ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.
ຮູບພາບ: www.matichon.co.th
Cr.KPL

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້