ເມືອງວຽງໄຊ ເປີດງານບຸນຊົນເຜົ່າ ຕິດພັນກັບການສະຫລອງຄົບຮອບ 50 ປີ

ເມືອງວຽງໄຊເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫລາດນັດ ທີ່ ໜອງຜາທ້າວເມືອງວຽງໄຊ ປະຈໍາ ປີ 2018 ຕິດພັນກັບການສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊ ຄົບ ຮອບ 50 ປີ ໃນວັນທີ 28 ພະຈິກ 2018, ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ມີບັນດາຕົວແທນ ຈາກ 5 ຊົນເຜົ່າ, ພ້ອມດ້ວຍປະຊາຊົນ ຊາວເມືອງວຽງໄຊ ເຂົ້າຮ່ວມ.


ທ່ານ ແອງສອນ ນາມມະນີນິນ ເຈົ້າເມືອງວຽງໄຊ ກ່າວວ່າ: ງານບຸນປະເພນີຊົນເຜົ່າ ແມ່ນຈັດຂຶ້ນໃນທຸກປີ, ປີນີ້ເປັນປີທີ່ມີຄວາມໝາຍສໍາຄັນ ເພາະຕິດພັນກັບການສະເຫລີມສະຫລອງວັນສ້າງ ຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ, ເປັນເຫດການ ການເມືອງທີ່ມີຄວາມສຳຄັນ ທີ່ບໍ່ເຄີຍມີມາໃນປະຫວັດສາດຂອງເມືອງວຽງໄຊ, ເມືອງວຽງໄຊ ມີມູນເຊື້ອຮັກຊາດ, ມູນ ເຊື້ອພິລະອາດຫານບໍ່ຍອມຈໍານົນ, ມີແນວຄິດ ແລະ ອຸດົມການ ຈົ່ງຮັກພັກດີຕໍ່ພາລະກິດປະຕິວັດ, ໄດ້ສ້າງຕັ້ງຂຶ້ນໃນ ປີ 1968 ປັດຈຸບັນມີ 14 ກຸ່ມບ້ານ, 104 ບ້ານ, 6.061 ຄົວເຮືອນ, ມີພົນລະເມືອງທັງໝົດ 32 ພັນກວ່າຄົນ, ຍິງ 15 ພັນກວ່າຄົນ, ປະກອບມີ 5 ຊົນເຜົ່າ ຄື: ຊົນເຜົ່າລາວລຸ່ມ, ຊົນເຜົ່າໄຕແດງ, ຊົນເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອີວມ້ຽນ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...