ເຊີນຮ່ວມງານເທດສະການແຮງງານປະຈໍາປີ 2018

ສໍາລັບງານເທດສະການແຮງງານປະຈໍາປີ 2018 ທີ່ກໍາລັງຈະຈັດຂື້ນນີ້, ພວກເຮົາກໍ່ໄດ້ຍົກເອົາບັນຫາສໍາຄັນຫຼັກສອງຫົວຂໍ້ມາສົນທະນາຄື: ການສຶກສາ ແລະ ການຈັດຫາງານ ຄາດວ່າຈະມີຜູ້ໃຫ້ຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າຮ່ວມງານໃນປີນີ້.

ງານຕະຫຼາດນັດແຮງງານປະຈໍາປີ 2018 ນີ້, ພວກເຮົາໄດ້ຮັບປະສົບການ ແລະ ຖອດຖອນບົດຮຽນມາຈາກການຈັດງານໃນໄລຍະປີຜ່ານໆມາ ດັ່ງນັ້ນພວກເຮົາເຊື່ອແນ່ວ່າປີນີ້ຈະເປັນຊ່ວງເວລາທີ່ເຫມາະສົມ ແລະ ໂດດເດັ່ນທີ່ສຸດ ແລະ ກໍ່ຈະເປັນງານທີ່ຍິ່ງໃຫຍ່ກ່ວາງານຂອງທຸກໆປີທີ່ຜ່ານ ພາຍໃນການທ່ານຈະໄດ້ພົບກັບກິດຈະກໍາຫຼາກຫຼາຍໂດຍສະເພາະແມ່ນກິດຈະກໍາຈາກບັນດາຜູ້ເຂົ້າຮ່ວມອອກບຸດ ແລະ ກິດຈໍາກິດອື່ນໆຂອງ ງານນຶ່ງອີກ.

ເພາະວ່າພວກຫມັ້ນໃຈວ່າພວກເຮົາໄດ້ມີການກຽມຄວາມພ້ອມທາງການຕະຫຼາດ ແລະ ການໂຄສະນາມາຢ່າງເຕັມທີ່ບໍ່ວ່າຈະເປັນ ປ້າຍບິວບອດ, ໂປສເຕີໃບປິວ, ໂທລະທັດ, ວິທະຍຸ ແລະ ສື່ອອນລາຍນໍາອີກ, ງານມະຫາກໍາ ນັດພົບແຮງງານປະຈໍາປີ 2017 ຈາກເຈົ້າຫນ້າທີ່ຫນ່ວຍງານພາກລັດໄດ້ນໍາສະເຫນີນະໂຍບາຍບັງຄັບ ແລະ ລະບຽບກົດຫມາຍທີ່ ກ່ຽວຂ້ອງກັບແຮງງານ ແລະ ຜົນກະທົບຕໍ່ AEC ໃນຄວາມຕ້ອງການແຮງງານ ແລະ ການເຄື່ອນຍ້າຍແຮງງານຂອງລາວບໍ່ພຽງພໍຕໍ່ຄວາມ ຕ້ອງການຂອງຕະຫຼາດແຮງງານ.

ນອກຈາກນັ້ນພວກເຮົາຍັງມີກິດຈະກໍາ ຫຼິ້ນເກມແຈກຂອງລາງວັນໂປຣໂຫມດນໍາສະເຫນີສິນຄ້າຜະລິດຕະພັນ ຕ່າງໆຈາກຜູ້ເຂົ້າຮ່ວມອອກບຸດ ແລະ ການສະແດງສິນລະປະຈາກພາກສ່ວນຕ່າງໆທີ່ພວກເຮົານໍາມາສະແດງ.

ລາຍລະອຽດຂອງງານ 
1. ຊື່ງານ
ຕະຫຼາດນັດແຮງງານປະຈໍາປີ 2018

II. ວັນເວລາ ແລະ ສະຖານທີ່ການຈັດງານ
ສະຖານທີ່ງານ: ສູນການຄ້າທົ່ງຂັນຄໍາ ຊັ້ນ 3 ວັນທີ: 14-16 ທັນວາ 2018 ເວລາ: 08:00 – 18:00

ຂ. ຈຸດປະສົງຂອງການຈັດງານ 
• ເພື່ອສ້າງໂອກາດໃຫ້ຜູ້ວ່າຈ້າງ ແລະ ຜູ້ຊອກຫາວຽກເຮັດງານທໍາມາພົບກັນ.
• ຊ່ວຍໃຫ້ອົງກອນ ຫຼື ຜູ້ປະກອບການຕ່າງໆລວມເຖິງຜູ້ສະຫມັກວຽກສະດວກໃນການສະຫມັກ ແລະ ສໍາພາດ.
• ເປັນເວທີໃນການໂຄສະນາສິນຄ້າ, ຜະລິດຕະພັນ ແລະ ການຊອກຫາຄູ່ຮ່ວມທຸລະກິດ 
• ເປີດໂອກາດໃຫ້ກັບຜູ້ທີ່ຊອກຫາວຽກເຮັດງານທໍາໄດ້ພົບປະກັບນາຍຈ້າງ ແລະ ສາຍງານທີ່ທ່ານຕ້ອງການ.
• ສ້າງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບນະໂຍບາຍ ແລະ ລະບຽບບັງຄັງຂອງນາຍຈ້າງທີ່ມີຕໍ່ແຮງງານ ແລະ ເຂົ້າໃຈເຖິງບັນຫາຂອງການສັນຫາງານ ແລະການສະໝັກງານ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,