Thursday, November 6, 2025
Kbank Laos โอน รับ จ่าย

ສະມາຄົມເຟີນິເຈີລາວ ກຽມຈັດງານວາງສະແດງຜະລິດຕະພັນເຟີນິເຈີ ໄມ້ລາວ ຄັ້ງທີ 5

ສະມາຄົມເຟີນິເຈີລາວ ຖະແຫຼງຂ່າວການຈັດງານວາງສະແດງຜະລິດຕະພັນເຟີນິເຈີ ໄມ້ລາວ ຄັ້ງທີ 5 ປະຈຳປີ 2019 ເຊິ່ງຈະມີຂຶ້ນ ໃນວັນທີ 12-20 ມັງກອນ 2019 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ແລະຄາດວ່າຈະມີການຈໍລະຈອນຊື້-ຂາຍສິນຄ້າ ພາຍໃນງານປະມານ 10 ຕື້ກີບ.

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີລາວກ່າວວ່າ: ວັດຖຸປະສົງຂອງການຈັດງານນີ້ ເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນິເຈີໄມ້ລາວ, ທັງເປັນການໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ ຜະລິດຕະພັນເຟີນິເຈີໄມ້ລາວຫຼາຍຂຶ້ນ, ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະຕ່າງປະເທດ ແລະກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນິເຈີກັບພາກພື້ນ ແລະ ສາກົນໃນອະນາຄົດ.

ສິນຄ້າທີ່ນຳເຂົ້າຮ່ວມງານດັ່ງກ່າວ ມີຜະລິດຕະພັນເຄື່ອງເຟີນີິເຈີ ທີ່ຜະລິດດ້ວຍໄມ້, ຫວາຍ ,ໄມ້ປ່ອງ ແລະຈາກວັດສະດຸເສດເຫຼືອຕ່າງໆ ທີ່ເຮັດເປັນເຄື່ອງເຟີນີິເຈີ, ຜະລິດຕະພັນຫັດຖະກຳ ແລະເຄື່ອງແກະສະຫຼັກຕ່າງໆ, ເຄື່ອງປະດັບຕົບແຕ່ງ ແລະເອ້ຢ້ອງ ພາຍໃນເຮືອນ, ອຸປະກອນປະກອບ ແລະຮັບໃຊ້, ເຄື່ອງມື ແລະເຄື່ອງຈັກຕ່າງໆ ທີ່ກ່ຽວກັບການຜະລິດເຄື່ອງເຟີນີິເຈີໄມ້, ເຄື່ອງຮັບໃຊ້ວຽກງານກໍ່ສ້າງເຮືອນ,ອາຫານ ແລະຢາ.

ຊຶ່ງຈຳນວນຫ້ອງ (ບູດ) ແມ່ນ 195 ຫ້ອງ (ສຳລັບ ຂອງສະມາຄົມ) ໃນນີ້ ພິເສດ ມີ 20 ຫ້ອງ ສໍາລັບຫົວໜ່ວຍທຸລະກິດໂອດັອບ, ຍອດຈອງຫ້ອງ (ບູດ) ຮອດປະຈຸບັນນີ້ 73% ໂດຍມີຫົວໜ່ວຍ ຫຼື ໂຮງງານມາຮ່ວມມີ 57 ຫົວໜ່ວຍ, ຕ່າງແຂວງມີ 10 ຫົວໜ່ວຍຈາກ 8 ແຂວງ.

ໃຫ້ກຽດເຂົ້າຮ່ວມໃນພີທີຖະແຫຼງຂ່າວຄັ້ງນີ້ ມີທ່ານ ໄຊສົມເພັດ ນໍຣະສິງຫ໌ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ບໍລິສັດລາວເວີນມະຫາຊົນ, ພ້ອມບັນດາຫົວໜ່ວຍທຸລະກິດຂອງສະມາຄົມເຟີນິເຈີລາວ.

ພ້ອມນີ້, ງານວາງສະແດງຜະລິດຕະພັນເຟີນິເຈີ ໄມ້ລາວ ມີຂຶ້ນເພື່ອເປັນການຈັດຕັ້ງປະຕິບັດ ແລະຜັນຂະຫຍາຍ ຕາມເນື້ອໃນຈິດໃຈ ຂອງຂັ້ນເທິງວາງອອກໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ, ເພື່ອຜັນຂະຫຍາຍຕາມເນື້ອໃນ ຂອງແຈ້ງການ ເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ, ເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປະຈຸບັນຕ້ອງການ,ສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນິເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະລາຄາສູງກົງກັບຄວາມຕ້ອງການຂອງລູກຄ້າ ແລະຕະຫຼາດ, ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພຫວ່າງງານ ແລະຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ.

InsideLaos #ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.