ເມືອງພູວົງ ມີເນື້ອທີ່ໃຫ້ເກັບກູ້ຜົນຜະລິດເຂົ້ານາປີ ຫຼຸດລງ 642,7 ເຮັກຕາ

ທ່ານ ສີສຸກ ສີພົມມາ ຮອງຫ້ອງການກະສິກຳ-ປ່າໄມ້ ເມືອງ ພູວົງ, ແຂວງອັດຕະປື ໃຫ້ສໍາພາດວ່າ: ໃນປີ 2018 ທົ່ວເມືອງ ພູວົງ ມີແຜນການຜະລິດເຂົ້ານາປີໃຫ້ບັນລຸໄດ້ ໃນເນື້ອທີ່ 2.791 ເຮັກຕາ, ແຕ່ການຈັດຕັ້ງປະຕິບັດໄດ້ຕົວຈິງ 2.639,36 ເຮັກຕາ ໃນນີ້ ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ 642,7 ເຮັກຕາ ແລະ ເນື້ອທີ່ສາມາດເກັບກູ້ຕົວຈິງ 1.996,6 ເຮັກຕາ.

ປະຈຸບັນຊາວກະສິກອນກໍາລັງຂຸ້ນຂ້ຽວເກັບກູ້ ຊຶ່ງເກັບກ່ຽວໄດ້ແລ້ວ 1.497,45 ເຮັກຕາ ທຽບໃສ່ແຜນການປີ ເທົ່າກັບ 75%. ສ່ວນເນື້ອທີ່ປູກເຂົ້າໄຮ່ໃນເຂດພູດອຍ ເສຍຫາຍຈາກໄພທຳມະຊາດຈຳນວນ 29 ເຮັກຕາ ໃນເນື້ອທີ່ໄຮ່ຕົວຈິງ 187 ເຮັກຕາ, ປະຈຸບັນເກັບກູ້ໄດ້ແລ້ວ 126,4 ເຮັກຕາ ເທົ່າກັບ 80% ຂອງແຜນການປີ.

ເພື່ອຟື້ນຟູຜົນເສຍຫາຍດັ່ງກ່າວ, ທັງແນໃສ່ຮັບປະກັນດ້ານສະບຽງອາຫານ ເມືອງ ພູວົງ ມີແຜນແກ້ໄຂ ດ້ວຍການສຸມໃສ່ ການຜົນຜະລິດ ລະດູແລ້ງ ເປັນຕົ້ນແມ່ນ ສຸມໃສ່ຜະລິດເຂົ້ານາແຊງ ໃນເຂດທີ່ມີຊົນລະປະທານໂດຍມີແຜນການເຮັດນາຕ່າວ ມີຈຳນວນຢູ່ 80 ເຮັກຕາ, ນາແຊງຢູ່ ບ້ານ ຄຳວົງສາ ໃຊ້ລະບົບພະລັງງານແສງພະອາທິດກ່ຽວກັບການດູດນ້ຳ ແຜນການໃຫ້ໄດ້ 50 ເຮັກຕາ.

ນອກຈາກການປູກເຂົ້າແລ້ວ ຍັງໄດ້ມີແຜນການປູກພຶດສຳຮອງໃນເຂດຊົນລະປະທານ ເປັນຕົ້ນ ປູກສາລີ, ຖົ່ວຂຽວ, ຖົ່ວດິນ ແລະພຶດຜັກຊະນິດຕ່າງໆ ເພື່ອແກ້ໄຂຊີວິດການເປັນຢູ່ ແລະໃຫ້ເປັນສິນຄ້າ ລວມມີ 7,4 ເຮັກຕາ, ສຳລັບເຂດທີ່ມີຜົນກະທົບນ້ຳຖ້ວມ ກໍ່ໄດ້ມີແຜນໃນການປູກພຶດເປັນຕົ້ນ ແມ່ນພຶດຜັກ ເພື່ອເປັນສະບຽງອາຫານແກ້ໄຂຊີວິການເປັນຢູ່ລວມມີ 14,6 ເຮັກຕາ ເຊິ່ງປະຈຸບັນ ໄດ້ມີການເບີກຈ່າຍທາງດ້ານແນວພັນຈຳນວນ 1000 ກວ່າປ໋ອງ ໂດຍລົງມອບໃຫ້ປະຊາຊົນເປັນຜູ້ຈັດຕັ້ງປະຕິບັດລວມມີ 5 ກວ່າເຮັກຕາແລ້ວ, ພ້ອມນີ້ທາງເມືອງ ຍັງມີບັນດາໂຄງການຂອງສາກົນ ທີ່ໄດ້ເຂົ້າຮ່ວມຊ່ວຍເຫລືອໃນການຟື້ນຟູຫລັງນ້ຳຖ້ວມ ໂດຍສະໜອງນ້ຳໃຊ້ພະລັງງານພະອາທິດໃຫ້ຄົວເຮືອນມີຈຳນວນ 10 ຈຸດຕື່ມອີກ.

InsideLaos #ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...