ໄຊຍະບູລີ ເປີດຕະຫຼາດນັດແລກປ່ຽນສິນຄ້າລາວ – ໄທ

ງານຕະຫຼາດນັດສິນຄ້າລາວ – ໄທໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ຢູ່ທີ່ເດີນສະໜາມຫຼວງແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ທ່ານ ບັນນະສານ ຈັນທະລະສົມສັກ ເລຂາທິການສະມາຄົມລາວ – ໄທ ເພື່ອມິດຕະພາບ ມີການນໍາຂອງແຂວງ ຂອງເມືອງ ຕະຫຼອດຮອດພໍ່ ແມ່ປະຊາຊົນ ນັກທຸລະກິດ ແລະ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ທ່ານ ບຸນຊູ ວິໄລສັກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ກ່າວວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງສິນຄ້າລາວ – ໄທ ເພື່ອເປັນການສ້າງຂະບວນການປະກອບສ່ວນໃນກິດຈະກໍາໜຶ່ງຂອງງານທອດກະຖິນ ພະຣາສະທານຂອງເຈົ້າຊີວິດ ແຫ່ງຣາຊະອານາຈັກໄທໄທ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 17 – 18 ພະຈິກນີ້ ທີ່ເດີ່ນສະໜາມຫຼວງຂອງແຂວງໄຊຍະບູລີ.

ອີກດ້ານໜຶ່ງກໍ່ເພື່ອເປັນການສ້າງເງື່ອນໄຂເອື້ອອໍານວຍສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ໃນແຕ່ລະທ້ອງຖິ່ນ ທັງພາຍໃນ ແລະ ຕ່າງເທດ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນການຊື້ຂາຍສິນຄ້າຂອງຕົນທີ່ຜະລິດມາ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະກັນໃນຂະບວນການຜະລິດສິນຄ້າຂອງຕົນເອງໃຫ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບພ້ອມທັງສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະນາສິນຄ້າໃຫ້ສັງຄົມ ກໍ່ຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຂອງຕົນເອງຢ່າງກວ້າງຂວາງ ໂດຍລວມແລ້ວການຈັດງານແລກປ່ຽນສິນຄ້າລາວ – ໄທໃນງານທອດກະຖິນພະຣາດສະທານຂອງເຈົ້າຊິວິດແຫ່ງຣາສະອານາຈັກ ໃນຄັ້ງນີ້. ໄດ້ມີຮ້ານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດທັງໝົດ 40 ກວ່າຮ້ານເຊິ່ງມີມູນຄ້າ 1 ຕື້ກວ່າກີບ. ໃນນີ້ມີຮ້ານມາຈາກບັນດາເມືອງອ້ອມຂ້າງແຂວງ ແລະ ຕ່າງແຂວງ 27 ຮ້ານ ແລະ ມາຈາກຕ່າງປະເທດ 10 ຮ້ານ. ໃນໂອກາດນີ້ ທ່ານ ຮອງເຈົ້າແຂວງພ້ອມດ້ວຍການນໍາ ແລະ ແຂກເຂົ້າຮ່ວມໄດ້ພ້ອມກັນລັ່ນຄ້ອງ ແລະ ຕັດແຖບຜ້າເປີດຕະຫຼາດນັດວາງສະແດງແລກປ່ຽນສິນຄ້າລາວ – ໄທ ຢ່າງເປັນທາງການ ແລະ ຈະໄດ້ດໍາເນີນໄປຈົນເຖິງວັນທີ 19 ພະຈິກ 2018 ຈະສໍາເລັດລົງ.

Cr.Midialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,