17 ແຂວງ 1 ນະຄອນຫຼວງ 2 ກະຊວງ ແຈ້ງຮ່ວມ ຊຽງຂວາງເກມ 2020 ພ້ອມຊິງໄຊ 385 ຫຼຽນຄໍາ!

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2020 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນ ຕີກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆຊຽງຂວາງ, ປະທານຄະນະຮັບຜິດຊອບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI.

ໃນກອງປະຊຸມໄດ້ຮັບຟັງການລາຍງານຂອງ 11 ກໍາກະການ ເພື່ອກະກຽມໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ XI ເຫັນວ່າທຸກວຽກງານມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໂດຍສະເພາະການກະກຽມສະໜາມກິລາຂອງແຂວງທີ່ສ້າງຂຶ້ນໃໝ່ທີ່ສາມາດບັນຈຸຜູ້ຊົມໄດ້ເຖິງ 20.000 ຄົນ ເພື່ອນໍາໃຊ້ເຂົ້າໃນພິທີເປີດ-ປິດງານ ສໍາເລັດແລ້ວເກືອບຮ້ອຍສ່ວນຮ້ອຍ, ເຫລືອພຽງແຕ່ການຕົບແຕ່ງປະດັບປະດາ, ການຕິດຕັ້ງລະບົບຕາຄ່າຍໄຟຟ້າ ແລະ ລະບົບໄຟເຍືອງທາງເຂົ້າສູ່ສະໜາມ ແລະ ວຽກອື່ນຯ ຈໍານວນໜຶ່ງ.

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນ ທີ 22 ມີນາ ຫາ 1 ເມສາ 2020 ໂດຍຈະຈັດຂຶ້ນພ້ອມກັບການສະເຫລີມສະຫລອງວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 65 ປີ ແລະ ການສະເຫລີມສະຫລອງທົ່ງໄຫຫີນແຂວງ ຊຽງຂວາງ ເຂົ້າເປັນມໍລະດົກໂລກ, ຈະມີແຂ່ງຂັນທັງໝົດ 28 ປະເພດກິລາ ຄື:

ແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງ-ບານສົ່ງຫາດ ຊາຍ, ກະຕໍ້-ຊິນລອນ, ເຕັນນິສ, ປິງປ໋ອງ, ເປຕັງ, ດອກປີກໄກ່, ລອຍນ້ຳ, ຍິງປືນ, ໝາກເສິກ, ເທັກຄວັນໂດ, ວູຊູ, ປັນຈັກສີລັດ, ຢູໂດ, ກາຣາເຕໂດ, ມວຍສາກົນ, ມວຍປ້ຳ, ມວຍລາວ, ຊ່ວງເຮືອ, ກ໊ອຟ, ໜ້າເກັກ-ຍິງທະນູ, ໝາກແລ້, ລົດຖີບ, ໂບລິ້ງ ແລະ ສະນຸກເກີ.ນອກນີ້ຍັງມີ 1 ກິລາສາທິດ ຄື: ຣັກບີ້.

ສໍາລັບ ການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫລວງ, 17 ແຂວງ ແລະ 2 ກະຊວງຄື ກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມແຂ່ງຂັນ ມີຊີງໄຊທັງໝົດ 385 ຫລຽນຄໍາ, 385 ຫລຽນເງິນ ແລະ 627 ຫລຽນທອງ.

ກໍານົດເອົາໄຫຫີນເປັນສັນຍາລັກ ແລະ ນົກແອ່ນເປັນສັດນໍາໂຊກ.

ແຫຼ່ງຂໍ້ມູນ:
ໂດຍ: ບຸນຕຽງ ຈັນທະວົງ ແລະ Lao National Radio

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...