ເອັດສຊີຈີ ລົງພື້ນທີ່ຢ້ຽມຢາມນັກຮຽນ ໂຄງການ Sharing the Dream

ບໍລິສັດ ເອັດສຊີຈີ ສປປ ລາວ ຮ່ວມກັບສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ (ALC) ລົງພື້ນທີ່ຢ້ຽມຢາມນ້ອງໆນັກຮຽນທີ່ສະໝັກເຂົ້າໂຄງການ Sharing the Dream ແຕ່ລະຄົນ ໂດຍໄປສໍາພັດວິຖີຊີວິດ ຄວາມເປັນຢູ່ໃນການດໍາລົງຊີວິດແຕ່ລະວັນ ພ້ອມກັບສໍາພາດໂອ້ລົມ ກັບນ້ອງນັກຮຽນ ແລະພໍ່ແມ່ຜູ້ປົກຄອງຢ່າງໃກ້ຊິດ ເພື່ອເຂົ້າໃຈເຖິງອຸປະສັກຂອງນ້ອງໆໃນການສຶກສາຂອງແຕ່ລະຄອບຄົວຢ່າງແທ້ຈິງ ຊຶ່ງຈະນໍາມາໃຊ້ເປັນເກນໃນການພິຈາລະນາ ເພື່ອໃຫ້ທຶນການສຶກສາ.

ທ່ານ ວິໂຣດ ລັດຕະນະໄຊສິດ Country Director ເອັດສຊີຈີໃນ ສປປ ລາວ ໃຫ້ຮູ້ວ່າ: ໂຄງການມອບທຶນການສຶກສາ SCG Sharing the Dream ໄດ້ດໍາເນີນມາເປັນເວລາ 7 ປີ ແລະຍັງເດີນໜ້າມອບໂອກາດໃຫ້ນ້ອງນັກຮຽນທີ່ມຸ່ງຫມັ້ນຢາກມີການສຶກສາທີ່ດີຂຶ້ນ ແຕ່ຂາດເຂີນກໍາລັງຊັບ ຊຶ່ງໄດ້ດໍາເນີນການມອບທຶນການສຶກໃຫ້ແກ່ນັກຮຽນໃນ ສປປ ລາວ ຢ່າງຕໍ່ເນື່ອງ. ໂດຍໃນປີນີ້ ເອັດຊີຈີ ມີແຜນມອບທຶນການສຶກສາໃຫ້ກັບນັກຮຽນລະດັບມັດທະຍົມສຶກສາຕອນປາຍ 300 ທຶນ ໃນນັ້ນ ນະຄອນຫຼວງວຽງຈັນ 160 ແລະແຂວງຄໍາມ່ວນ 140 ທຶນ.

ນອກຈາກນັ້ນ ປີນີ້ຍັງເປັນປີທໍາອິດ ທີ່ມີການພິຈາລະນາທຶນການສຶກສາໃຫ້ນັກຮຽນໃນລະດັບມະຫາວິທະຍາໄລຕື່ມອີກ ຈໍານວນ 10 ທຶນ ເພື່ອເຕີມເຕັມຄວາມຝັນ ໃຫ້ແກ່ນ້ອງນັກສຶກສາທີ່ມຸ່ງຫມັ້ນປະກອບອາຊີບໃນສາຂາວິຊາ ທີ່ຕັ້ງໃຈໃຫ້ສໍາເລັດຢ່າງແທ້ຈິງ.

ທ່ານ ໄຊທັດ ຕົງສາລີ Senior Associate Director ກ່າວວ່າ: ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນໂອກາດທີ່ດີໃຫ້ກັບນ້ອງໆເຍົາວະຊົນທຸກຄົນທີ່ມີຄວາມມຸ່ງໝັ້ນຕັ້ງໃຈໃນການສຶກສາຮໍ່າຮຽນ ສາມາດສ້າງຜົນງານທີ່ມີຄຸນຄ່າເປັນປະໂຫຍດໃຫ້ແກ່ຕົນເອງ ແລະປະເທດຊາດຕໍ່ໄປ.

ສໍາລັບການຢ້ຽມຢາມໂຮງຮຽນມັດທະຍົມສຶກສາຕອນປາຍ ບ້ານໂນນຫວ່າງ ເມືອງໄຊເສດຖາ ຄັ້ງນີ້, ໂຄງການ SCG Sharing the Dream ໄດ້ໄປສໍາພັດວິຖີຊີວິດ ການເປັນຢູ່ຕົວຈິງຂອງ ນ້ອງນາງ ຕາດໍາ ອາຍຸ 18 ປີ ສຶກສາຢູ່ຊັ້ນ ມ 7 ໂຮງຮຽນມັດທະຍົມສຶກສາຕອນປາຍ ບ້ານໂນນສະຫວ່າງ ເມືອງໄຊເຊດຖາ ຜູ້ໄດ້ຮັບທຶນຈາກໂຄງການເປັນປີທີທໍາອິດ.

ນ້ອງນາງ ຕາດໍາ ໃຫ້ສໍາພາດວ່າ: ປະຈຸບັນຕ້ອງໄດ້ລ້ຽງດູນ້ອງອີກ 2 ຄົນ. ເພາະພໍ່ເສຍຊີວິດແຕ່ນ້ອງຮຽນຢູ່ ມ3, ແມ່ກໍໄດ້ສ້າງຄອບຄົວໃໝ່ ແລະຍ້າຍໄປຢູ່ກັບຄອບຄົວໃໝ່ ປະນ້ອງໄວ້ທັ້ງ 2 ຄົນ ຄົນໃຫຍ່ອາໄສຢູ່ນຳນ້ອງ ສ່ວນຄົນນ້ອຍ ອາໄສຢູ່ນຳຍ່າ ປັດຈຸບັນ ນ້ອງຈຶ່ງຕ້ອງເປັນກໍາມະກອນເພື່ອລ້ຽງຊີບ.

ນອກຈາກການຮຽນ ແລະເຮັດເປັນກຳມະກອນແລ້ວ ເວລາຫວ່າງຍັງໄດ້ຮຽນຮູ້ຫຍິບເຄື່ອງດ້ວຍຕົນເອງ, ປະຈຸບັນແມ່ນໄດ້ຮັບຫຍິບເຄື່ອງ (ປະເພດຫຍິບຕີນສິ້ນ, ຫົວສິ້ນ ແລະສ້ອມແປງເສື້ອແພຂາດ) ຊຶ່ງເປັນອາຊີບເກົ່າຂອງແມ່ ແລະຂາຍເຄື່ອງອອນລາຍປະເພດຄີມ ແລະສະບູ່ ຂອງປະເທດຫວຽດນາມ, ນອກນີ້ ຍັງໄດ້ປູກຜັກ ແລະລ້ຽງໄກ່ ເພື່ອບັນເທົາຊີວິດໃນຄອບຄົວໄປແຕ່ລະວັນ.

ສະເພາະທຶນການສຶກສາທີ່ໄດ້ຮັບ ໃນຄັ້ງນີ້ ນ້ອງນາງ ຕາດໍາ ໄດ້ກ່າວຮູ້ສຶກດີໃຈຫຼາຍ ແລະ ຂໍຂອບໃຈໂຄງການ ເອສຊີຈີ ທີ່ໄດ້ໃຫ້ທຶນການສຶກສາ ແລະສັນຍາວ່າຈະຕັ້ງໃຈຮຽນ ແລະນຳໃຊ້ທຶນໃຫ້ເກີດປະໂຫຍດໃຫ້ຫຼາຍທີ່ສຸດ.

ທ່ານ ອາຈານ ຈັນທະລາ ທໍາມະວົງສາ ເປັນຄູສອນ ທັງເປັນ ຜູ້ຕິດຕາມ ນ້ອງນາງ ຕາດໍາ ໃຫ້ຮູ້ວ່າ: ຈາກການຕິດຕາມຜົນການຮຽນມາເປັນເວລາ 2 ປີກວ່າ ພົບວ່ານ້ອງນາງ ຕາດໍາ ມີຄວາມກ້າວໜ້າທາງການສຶກສາຫຼາຍຂຶ້ນ ຊຶ່ງຄະແນນສະເລ່ຍໃນແຕ່ເດືອນຢູ່ໃນລະດັບທີ 3-6 ຂອງຈໍານວນ 50 ກວ່າຄົນໃນຫ້ອງ.

ຢ່າງໃດກໍ່ຕາມ ນ້ອງນາງ ຕາດຳ ເປັນພຽງຫນຶ່ງໃນຜູ້ທີ່ຜ່ານການຄັດເລືອກຮອບທຳອິດທັງໝົດ 420 ຄົນ ຈາກຈຳນວນຜູ້ສົ່ງໃບສະໝັກລວມກວ່າ 1.300 ຄົນ ຈາກ 83 ໂຮງຮຽນ ເຊິ່ງຜູ້ຕາງໜ້າ ໂຄງການ Sharing the Dream ຈະຕ້ອງລົງພື້ນທີ່ຢ້ຽມຢາມນ້ອງທີ່ຜ່ານຮອບທຳອິດທັ້ງໝົດໃຫ້ແລ້ວກ່ອນ ຈຶ່ງຈະພິຈາລະນາຄັດເລືອກອີກເທື່ອໜຶ່ງ ໃຫ້ເຫຼືອ 300 ຄົນ ພາຍໃນເດືອນນີ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.