ເມືອງພຽງ ຈັດງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2020 ຢ່າງຄຶກຄື້ນມ່ວນຊື່ນ!!!

ງານເທດສະການບຸນກອງເຂົ້າໃຫຍ່ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 9 ມັງກອນ 2020 ນີ້ຢູ່ທີ່ບ້ານ ສົມສະຫວັນ ເມືອງພຽງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ ຂອງເມືອງ, ມີແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍນັກທຸລະກິດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງພຽງເຂົ້າຮ່ວມ.

ໃນພິທີ ທ່ານ ເສີດ ແສງສຸລິນ ເລຂາພັກເມືອງ ເຈົ້າເມືອງເມືອງພຽງ ໄດ້ກ່າວເປີດງານເທດສະການບຸນກອງເຂົ້າໃຫຍ່ປະຈໍາປີ 2020 ຢ່າງເປັນທາງການ; ເຊິ່ງບາງຕອນກ່າວວ່າ:

ການຈັດງານເທດສະການບຸນກອງເຂົ້າໃຫຍ່ ປີ 2020 ນີ້ຖືວ່າເປັນຄັ້ງທີ 10, ເວົ້າລວມກໍ່ເພື່ອເປັນການຈັດຕັ້ງປະຕິບັດໂຄງການດໍາເນີນງານ ຂອງຄະນະບໍລິຫານງານພັກເມືອງປີ 2020 ໂດຍໄດ້ຕິດພັນກັບຍຸດທະສາດ ຂອງເມືອງພຽງທີ່ວ່າ:

“ ສ້າງເມືອງພຽງເປັນເມືອງຜະລິດສະບຽງອາຫານ, ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ”

ອີກດ້ານໜຶ່ງກໍ່ເພື່ອເປັນການປັບປຸງ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ສ້າງໃຫ້ເປັນໜຶ່ງເມືອງ ໜຶ່ງຜະລິດຕະພັນ ໃຫ້ມີຫຼາກຫຼາຍກິດຈະກໍາ ເພື່ອດຶງດູດນັກທ່ອງທ່ຽວ, ປຸກລະດົມແນວຄິດຂອງປະຊາຊົນບັນດາເຜົ່າໃນການພັດທະນາ, ສົ່ງເສີມການຜະລິດເປັນສິນຄ້າ, ສ້າງໂອກາດ ແລະ ຊື່ສຽງຂອງເມືອງພຽງ ເພື່ອເຮັດໃຫ້ງານເທດສະການກອງເຂົ້າໃຫຍ່ນີ້ຍົກລະດັບຂຶ້ນໄປຄຽງຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດສັງຄົມໃນໄລຍະໃໝ່ໃນປະເທດເຮົາ.

ໃນງານຄັ້ງນີ້ຍັງໄດ້ຈັດໃຫ້ມີຫຼາກຫຼາຍກິດຈະກໍາເຊັ່ນ:

ຂະບວນແຮ່ເຂົ້າເປືອກເຂົ້າສານ ແລະ ຖວາຍສັງຄະທານ, ສູດປະລິຕະມຸງຄຸນສູ່ຂວັນເຂົ້າ, ການປະກວດທິດາກອງເຂົ້າໃຫຍ່, ການສະແດງສີລະປະວັນນະຄະດີບັນດາເຜົ່າພາຍໃນເມືອງ, ປະກວດນັກຮ້ອງສຽງດີ, ຂະບວນແຮ່ກ້ອນກໍາລັງມວນຊົນບັນດາເຜົ່າມີ 25 ກ້ອນ ມີຈໍານວນພົນທັງໝົດ 4.000 ກວ່າຄົນ, ການວາງສະແດງສິນຄ້າຈາກລາວ, ຫວຽດນາມ, ໄທ 39 ຮ້ານ, ຜະລິດຕະພັນກະສິກໍາ-ຫັດຖະກໍາຈາກປະຊາຊົນ ຈໍານວນ 18 ຮ້ານ.

ນອກນີ້ໃນງານບຸນດັ່ງກ່າວຍັງໄດ້ມອບໃບຢັ້ງຢືນ ໃຫ້ບ້ານພັດທະນາສີມືແຮງງານ ແລະ ສະຫວັດດີການສັງຄົມດີ ຈໍານວນ 5 ບ້ານທີ່ຖືກຮັບຮອງໃໝ່ຄື: ບ້ານ ນາບວມ, ນາຕານ, ນາຊິງ, ໂພນສະອາດ ແລະ ບ້ານໂພນຫີນ. ຈາກນັ້ັັນ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ຂອງເມືອງ ແລະ ແຂກຖືກເຊີນຮ່ວມກັນລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າ ເປີດງານເທດສະການບຸນກອງເຂົ້າໃຫຍ່ຢ່າງເປັນທາງການ. ງານບຸນດັ່ງກ່າວຈະດໍາເນີນໄປເຖິງວັນທີ 12 ມັງກອນ 2020 ຈຶ່ງສໍາເລັດ.

ແຫຼ່ງຂໍ້ມູນ: ຂ່າວ: ບຸນທີ, Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...