ຂໍຂອບໃຈນຳຜູ້ສະໜັບສະໜູນ

ງານການແຂ່ງຂັນກິລາ ມິດຕະພາບ ແລກປ່ຽນສິລະປະວັນນະຄະດີ ນັກຮຽນຊັ້ນມັດທະຍົມສຶກສາ 5 ແຂວງພາກເໜືອ ແລະ ແຂວງດຽນບຽນ ສສ ຫວຽດພາບ ຄັ້ງທີ 12 ແຂວງບໍ່ແກ້ວ ເປັນເຈົ້າພາບ​ໃນ​ລະ​ຫວ່າງວັນ​ທີ 06-10 ມັງ​ກອນ 2020.

ຜົນການ​ແຂ່ງ​ຂັນກິ​ລາ​ເຕະ​ບານ​ ໃນ​ວັນ​ທີ 09 ມັງ​ກອນ 2020 ຢູ່​ທີ່​​ສະ​ຫນາມ​ກິ​ລາ​ແຂວງ​ບໍ່​ແກ້ວ ​ ແຂວງຫລວງນໍ້າທາ​ ເອົາຊະນະ​ ແຂວງອຸດົມໄຊ 3-2 ຈາກໄຊຊະນະດັ່ງກ່າວເຮັດໃຫ້ ຫລວງນໍ້າທາ ລົງສະຫນາມ​ 2 ນັດ​ ຊະນະ​ 2 ມີ​ 6 ຄະແນນ​ ເປັນອັນດັບ​ 1 ກຸ່ມ​ ບີ ຜ່ານເຂົ້າໄປຊີງຊະນະເລີດ ພົບກັບ​ ຫລວງພະບາງ​ ອັນດັບ​ 1 ກຸ່ມ​ເອ,​ ສ່ວນ​ອຸດົມໄຊ ແມ່ນຊີງອັນດັບ 3 ເຊິ່ງຈະພົບກັບ​ ບໍ່ແກ້ວ​ ເຈົ້າພາບ.​

ສຳ​ລັບ​ການ​ແຂ່ງ​ຂັນ​ເຕະ​ບານໃນ​ລາຍ​ການ​ດັ່ງ​ກ່າວ​ນີ້ ແມ່ນ​ມີທີມ​ເຂົ້າ​ຮ່ວມ​ທັງ​ຫມົດ 6 ທີມ ແບ່ງ​ອອກ​ເປັນ 2 ​ກຸ່ມ​ລະ 3 ທີມ ຄື:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກຸ່ມ​ເອ: ແຂວງ​ບໍ່​ແກ້ວ, ແຂວງດຽນບຽນ ສ​ສ ຫວຽດ​ນາມ ແລະ ແຂວງ​ຫລວງ​ພະ​ບາງ.
ກຸ່ມ​ບີ: ແຂວງ​ຜົ້ງ​ສາ​ລີ, ແຂວງ​ອຸ​ດົມ​ໄຊ ແລະ ແຂວງ​ຫລວງ​ນ້ຳ​ທາ.

ສຳ​ລັບ​ຕາ​ຕະ​ລາງ​ການ​ແຂ່ງ​ຂັນ​ໃນ​ວັນ​ທີ 10 ມັງ​ກອນ 2020​ ນັດຊີງ ອັນດັບ​ 3 ແມ່ນຈະແຂ່ງຂັນ ເວລາ​ 08:30 ແຂວງບໍ່ແກ້ວ ພົບ​ ແຂວງ​ອຸດົມໄຊ​ ສ່ວນຄູ່ຊີງຊະນະເລີດ​ ຈະແຂ່ງຂັນ​ເວລາ​ 14:00 ແຂວງຫລວງພະບາງ ພົບ​ ແຂວງຫລວງນໍ້າທາ​ ເຊິ່ງທັງ 2 ຄູ່ຈະ ແຂ່ງ​ຂັນ​ຢູ່​ທີ່​​ສະ​ຫນາມ​ກິ​ລາ​ແຂວງ​ບໍ່​ແກ້ວ​ ແຟນບານທາງບໍ່ແກ້ວສາມາດຮັບມາຊົມໄດ້ເຂົ້າຊົມຟຣີ.​

ແຫຼ່ງຂໍ້ມູນ: laosusu

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້