Thursday, June 25, 2026
Kbank Laos โอน รับ จ่าย
-->

ລັດຖະບານ ລາວ-ຈີນ ລົງນາມສົ່ງເສີມການນຳໃຊ້ເງິນສອງສະກຸນ ກີບ-ຢວນ

ສປ ຈີນ ເປັນປະເທດເພື່ອນມິດຍຸດທະສາດທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາໄລຍະຫຼາຍກີໂລແມັດ ແຖມຍັງເປັນຕະຫຼາດຮັບຊື້ສິນຄ້າຈາກລາວຫຼາຍທີ່ສຸດໄລຍະຜ່ານ ແລະອີກບໍ່ດົນການຄ້າຂາຍຮ່ວມຈະທະວີຄູນຂຶ້ນເປັນລຳດັບ ພາຍຫຼັງເສັ້ນທາງລົດໄຟຄວາມໄວສູງສ້າງສຳເລັດ.

ສະນັ້ນ ເພື່ອກຽມຄວາມພ້ອມໃສ່ບັນດາເງື່ອນໄຂ,ທ່າແຮງທາງເສດຖະກິດທີ່ກຳລັງຈະເກີດຂຶ້ນໃນອະນາຄົດ ລັດຖະບານທາງສອງປະເທດຈິ່ງເຫັນວ່າຄວນມີຂໍ້ຕົກລົງຮ່ວມກັນໃນການສົ່ງເສີມການນຳໃຊ້ເງິນສອງສະກຸນລະຫວ່າງກີບກັບຢວນ ເພື່ອຄວາມສະດວກໃນການຊຳລະສະສາງ.

ສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທຫລ ແລະ ທປຈ ໄດ້ລະບຸ ກ່ຽວກັບ ການຮ່ວມລະຫວ່າງ ສອງລະບົບທະນາຄານ ໃນການສົ່ງເສີມ ສາຍພົວພັນລະຫວ່າງ ບັນດາທະນາຄານ ທຸລະກິດ ຂອງ ສປປ ລາວ ແລະ ສປ ຈີນ ເພື່ອຊຸກຍູ້ການນໍາໃຊ້ສະກຸນເງິນ ທ້ອງຖິ່ນ ໃນການອໍານວຍຄວາມສະດວກ ໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ.

ທັງໝົດນີ້ສະແດງໃຫ້ເຫັນເຖິງ ຄໍາໝັ້ນສັນຍາ ຂອງສອງທະນາຄານກາງ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ໃນຂົງເຂດຂະແໜງການທະນາຄານ ທັງເປັນການຍົກລະດັບ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄປສູ່ລະດັບໃໝ່.

ສັນຍາດັ່ງກ່າວ, ສອງທະນາຄານ ສົ່ງເສີມການຮ່ວມມື ແລະ ຊຸກຍູ້ການໃຊ້ສະກຸນເງິນກີບ ແລະ ເງິນຢວນ ເຂົ້າໃນການຊໍາລະ ແລະ ສະສາງທຸລະກໍາການຄ້າ ແລະ ການລົງທຶນລະຫວ່າງປະຊາຊົນ ຂອງສອງປະເທດ.

ຄຽງຄູ່ກັນນີ້, ສັນຍາດັ່ງກ່າວ ຍັງໄດ້ລະບຸ ເຖິງຄໍາໜັ້ນສັນຍາ ຂອງສອງທະນາຄານກາງ ໃນການຍົກລະດັບ ການຮ່ວມມືຊຶ່ງກັນ ແລະ ກັນ ເພື່ອສົ່ງເສີມການຄ້າໂດຍກົງ ທີ່ເປັນສະກຸນເງິນກີບ ແລະ ຢວນ ຢູ່ແຕ່ລະປະເທດ, ຊຶ່ງຈະຊ່ວຍປະກອບສ່ວນ ໃນການຊຸກຍູ້ ສາຍພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ຫຼາຍຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ທະນາຄານແຫ່ງ ສປປ ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ລະວັງເປັນໂຣກຮ້າຍ! ທີ່ເກີດຈາກຄວາມຄຽດ ແລະ ກັງວົນຫຼາຍ

ຄວາມຄຽດ, ຄວາມກັງວົນ ເປັນພາວະໜຶ່ງທີ່ເກີດມາຈາກການຖືກກົດດັນ ຫຼື ຕົກຢູ່ໃນສະພາບທີ່ຕົນເອງຫາທາງອອກໄດ້ຍາກ ບໍ່ຮູ້ຈະແກ້ໄຂບັນຫາແບບໃດດີ ເຊິ່ງມັກພົບເຫັນຫຼາຍໃນປັດຈຸບັນທັງໃນໄວໜຸ່ມນັກຮຽນ, ນັກສຶກສາ, ໄວເຮັດວຽກ ແລະ ຜູ້ສູງອາຍຸກໍມີ.

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀