ພາກພູມໃຈ ແຂວງຫົວພັນ ໄດ້ຮັບໃບຢັ້ງຢືນເປັນຖິ່ນກໍາເນີດ “ເຂົ້າໄກ່ນ້ອຍ” ແລ້ວ!


ຫວ່າງບໍ່ດົນມານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງຫົວພັນ ຈັດພີທີມອບໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ໃຫ້ແກ່ສະມາຄົມສົ່ງເສີມ ເຂົ້າໄກ່ນ້ອຍຫົວພັນທີ່ຖໍາຊ້າງລອດເມືອງວຽງໄຊ, ເຊິ່ງມອບໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກ່າວຮັບໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ເຊິ່ງການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ແລະ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມ ສົ່ງເສີມເຂົ້າໄກ່ນ້ອຍ ແຂວງຫົວພັນ ໂດຍມີ 242 ຄອບຄົວ ແລະ 3 ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ຈຸດປະສົງຂອງ ການຈົດທະບຽນປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍຈາກແຂວງຫົວພັນ ແມ່ນເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ສືບທອດມາຈາກບັນພະບູລຸດຫລາຍເຊັ່ນຄົນ ສາມາດເວົ້າໄດ້ວ່າ ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ, ທັງເປັນເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້ ເນື່ອງຈາກວ່າ ຫລັງຈາກການຈົດທະບຽນ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍ ຈາກໜ່ວຍງານຢັ້ງຢືນຈາກພາຍໃນ ຫລື ສາກົນ ຈິ່ງຈະເຮັດໃຫ້ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນທ້ອງຕະຫລາດ ຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງໂດຍ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະເຕັກໂນໂລຊີ.
Cr.KPL
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.