ການແພດ ລາວ-ໄທ ຮ່ວມມືກັນດ້ານການຜ່າຕັດຜ່ານທໍ່ພະຍາດຍິງ.

ມໍ່ໆມານີ້,ໂຮງໝໍ​ແມ່ ​ແລະ ​ເດັກ​ເກີດ​ໃໝ່ ຮ່ວມ​ກັບ​ໂຮງໝໍ​ຣາດຊະ​ວິຖີ ປະ​ເທດ​ໄທ ຈັດ​ກອງ​ປະຊຸມ​ວິຊາ​ການ ​ແລະ ປະຕິບັດ​ການຜ່າຕັດ​ຜ່ານ​ທໍ່​ພະຍາດ​ຍິງ, ​ໂດຍ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ຜ່າຕັດ​ຜ່ານ​ທໍ່​ຍີ່​ຫໍ້ Kart Storz ຈາກ​ປະ​ເທດ​ເຢຍລະ​ມັນ, ​ເຊິ່ງມີ​ຈຸດປະສົງ​ ເພື່ອຍົກ​ລະດັບ​ເຕັກນິກ ​ແລະ ​ເພີ່ມ​ທັກ​ສະໃນ​ການຜ່າຕັດ​ຜ່ານ​ທໍ່​ພະຍາດ​ຍິງ ​ໃຫ້​ບັນດາ​ແພດ​ໝໍ​ຜ່າຕັດ​ຜ່ານ​ທໍ່​ລາວ. ກອງ​ປະຊຸມ​ຄັ້ງ​ນີ້, ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ບໍລິສັດ ຊີ​ບີ​ເອຟຟາຣມາ ຈຳກັດ.

ທ່ານ ດຣ.ພັດ ​ເກິ່ງ​ຊາ​ເນ​ດ ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ​ເກີດ​ໃໝ່ ​ກ່າວ​ວ່າ: ກອງ​ປະ ຊຸມ​ຄັ້ງ​ນີ້, ​ໄດ້​ນຳພາ​ຜ່າຕັດ​ຜ່ານ​ທໍ່​ກ້ອນ​ເບົ້າ​ຮວຍ​ໄຂ່ ​ແລະ ຍົກ​ມົດ​ລູກ ​ໃຫ້​​ຄົນ​ເຈັບ 4 ກໍລະນີ ​ ຢູ່​ໂຮງໝໍ​ແມ່ ​ແລະ ​ເດັກ​ເກີດ​ໃໝ່.

ການຜ່າຕັດ​ພະຍາດ​ຍິງຜ່ານ​ທໍ່ ​ແມ່ນ​ກຳລັງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແຜ່​ຫລາຍ ​ ໃນ​ບັນດາ​ປະ​ເທດ​​ທົ່ວໂລກ ​ເພາະ​ເປັນ​ເຕັກນິກ​ທີ່​ທັນ​ສະ​ໄໝ​ໃໝ່​ ທີ່​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ຜ່າຕັດ​ຜ່ານ​ທໍ່ ​ເພື່ອ​ທຳ​ການ ຜ່າຕັດ ​ເຮັດ​ໃຫ້ການ​ປິ່ນປົວ​ໄດ້​ຮັບ​ຜົນ​ສູງ, ຄົນ​ເຈັບ​ຟື້ນ​​ໂຕໄວ, ບໍ່​ມີ​ບາດ​ແຜ​ໃຫຍ່​ຢູ່​ໜ້າ​ທ້ອງ​, ​ ໄລຍະ​ການ​ຟື້ນ​ຕົວ ​ແລະ ນອນ​ໂຮງໝໍ​ສັ້ນ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...