ແຂວງຫົວພັນໄດ້ຮັບເຄື່ອງຊ່ວຍເຫລືອ 50 ລ້ານກີບ ຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ໃນໂອກາດທີ່ຂະບວນຄາລາວານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເດີນທາງເພື່ອຫວນຄືນບົນດິນແດນ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ແລະ ຈັດກອງປະຊຸມ ສຳມະນາວິທະຍາສາດ ກ່ຽວກັບການປະຕິວັດ ອຸດສາຫະກຳ ຄັ້ງທີ 4 ຈັດຂຶ້ນຢູ່ຖໍາຊ້າງລອດ ເມືອງວຽງໄຊ ໃນວັນທີ 13 ພະຈິກ 2018 ນີ້, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ນຳເອົາເຄື່ອງຄອມພິວເຕີ ແລະ ເຄື່ອງປິ່ນເຕີຈຳນວນ 5 ຊຸດ, ມູນຄ່າ 24 ລ້ານກີບ, ເຄື່ອງອຸປະກອນໄຟຟ້າແສງຕາເວັນ 94 ຊຸດ ປະກອບມີໄຟເຍື່ອງທາງ 3 ຊຸດ, ດອກໄຟອະເນກປະສົງ 20 ຊຸດ, ຕະກຽງ 56 ຊຸດ, ໝວກແສງຕາເວັນ 16 ໜ່ວຍລວມມູນຄ່າ 26 ລ້ານກີບ ແລະ ເຄື່ອງນຸ່ງຫົ່ມກັນໜາວຈຳນວນ 1.000 ຜືນ ລວມມູນຄ່າທັງໝົດ 50 ລ້ານກີບ ມາມອບໃຫ້ແຂວງຫົວພັນ.

ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ ທີ່​ໄດ້​ປະກອບສ່ວນ​ ໃຫ້ການ​ຊ່ວຍ​ເຫລືອ​ ແຂວງ​ຫົວພັນ ​ໃນ​ຄັ້ງ​ນີ້, ສຳລັບເຄື່ອງນຸ່ງຫົ່ມກັນໜາວ ແມ່ນຈະໄດ້ນຳໄປແຈກຍາຍໃຫ້ 10 ເມືອງທົ່ວແຂວງ ໂດຍສະເພາະບັນດາ ທ່ານນັກວິລະຊົນແຫ່ງຊາດ, ນັກຮົບເກົ່າປະຕິວັດອາວຸດໂສ ທີ່ໄດ້ປະກອບ ສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດໃນສະໄໝສົງຄາມ.

Cr.KPL
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: