ຄົນຮັກດວງດາວ ຢ່າພາດຊົມ “ລາຊາແຫ່ງຝົນດາວຕົກ” ວັນທີ່ 17 ພະຈິກນີ້

ສະຖາບັນວິໄຈດາຣາສາດແຫ່ງຊາດ (ອົງການມະຫາຊົນ) (ສດຣ) ກະຊວງວິທະຍາສາດ ແລະເທັກໂນໂລຢີ ປະເທດໄທ ແຈ້ງວ່າ ຈະມີ “ຝົນດາວຕົກລີໂອນິດ” ຫຼັງທ່ຽງຄືນວັນທີ່ 17 ພະຈິກ 2018 ເວລາປະມານ 2 ໂມງກາງຄືນເປັນຕົ້ນໄປ ຈົນເຖິງຕອນເຊົ້າ ວັນທີ່ 18 ພະຈິກ 2018 ອັດຕາການຕົກສູງສຸດ ສະເລ່ຍ 10-15 ດວງ ຕໍ່ຊົ່ວໂມງ ຊ່ວງເວລາດັ່ງກ່າວນີ້, ຈະປາສະຈາກແສງເດືອນລົບກວນ ເຫມາະທີ່ຈະສັງເກດການເປັນຢ່າງຍິ່ງ ເບິ່ງໄດ້ດ້ວຍຕາເປົ່າ ທາງທິດຕາເວັນອອກສ່ຽງເຫນືອ ບໍລິເວນກຸ່ມດາວລາຊະສີ.

ແນະນຳໃຫ້ເບິ່ງໃນບ່ອນມືດສະຫນິດ ຈະເຫັນຊັດແຈ້ງຫລາຍຂຶ້ນ.

ຝົນດາວຕົກລີໂອນິດ (Leonids meteor shower) ເກີດຈາກສານທານຂອງເສດຝຸ່ນດາວຫອງ 55 ພີ ເທມ ເພລ-ທັດເທິນ (55P Tempel-Tuttle) ທີ່ຍັງຫລົງເຫລືອຢູ່ໃນວົງໂຄຈອນຂອງດາວຫາງ ຕັດຜ່ານວົງໂຄຈອນຂອງໂລກ ເຮັດໃຫ້ເສດຝຸ່ນຂອງດາວຫາງເຫຼົ່ານັ້ນ, ທີ່ສຽດສີກັບບັນຍາກາດໂລກ ເກີດການເຜົາໄຫມ້ ຈົນເຫັນເປັນແສງສະຫວ່າງ, ວູບວາບ ຄືກັບລູກໄຟແລ່ນຜ່ານທ້ອງຟ້າ ທິດທາງວົງໂຄຈອນຂອງຝົນດາວຕົກລີໂອນິດ ຈະສວນທາງກັບທິດທາງວົງໂຄຈອນຂອງໂລກອ້ອມດວງອາທິດ ເຮັດໃຫ້ຄວາມໄວຂອງເມັດຝຸ່ນ ທີ່ເຂົ້າມາສຽດສີກັບບັນຍາກາດໂລກ ມີຄວາມໄວຂ້ອນຂ້າງຫລາຍ ມີຄວາມໄວສູງເຖິງ 71 ກິໂລແມັດຕໍ່ວິນາທີ ຝົນດາວຕົກລີໂອນິດ ເປັນຝົນດາວຕົກ ທີ່ມີຄວາມສະຫວ່າງຫລາຍທີ່ສຸດ ຈຶ່ງໄດ້ຮັບການຂະຫນານນາມວ່າ#ລາຊາແຫ່ງຝົນດາວຕົກ.

ປົກກະຕິແລ້ວ ຝົນດາວຕົກ ລີໂອນິດຈະເຫັນຫຼາຍສຸດໃນທຸກ 33 ປີ ໂດຍມີຈຳນວນດາວຕົກຫຼາຍກວ່າ 1.000 ດວງຕໍ່ນາທີ ເຊິ່ງຄັ້ງລ່າສຸດແມ່ນປີ 2001

ເຖິງວ່າປີນີ້ ຈະມີຝົນດາວຕົກໜ້ອຍພຽງແຕ່ 10-15 ດວງ ຕໍ່ຊົ່ວໂມງ ແຕ່ກໍນັບວ່າຫຼາຍກວ່າທຸກຄືນ ຍິ່ງທ້ອງຟ້າແຈ່ມໃສ ອາກາດເຢັນສະບາຍ ຍາມນັ້ນ ນັບໄດ້ວ່າເປັນປະສົບການທີ່ດີຫຼາຍອີກຄັ້ງໜຶ່ງເລີຍທີດຽວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...