ອະນຸໂມທະນາສາທຸ! ພິທີວາງສີລາເລິກໂຄງການກໍ່ສ້າງຕຶກພະສົງຢູ່ໂຮງໝໍເມືອງໄຊພູທອງ ແຂວງສະຫວັນນະເຂດ


ຫວ່າງໆມໍ່ໆຜ່ານມານີ້,ໄດ້ມີພິທີວາງສີລາເລີກໂຄງການກໍ່ສ້າງຕຶກສົງຢູ່ໂຮງໝໍເມືອງໄຊພູທອງ ແຂວງສະຫວັນນະເຂດ ນໍາໂດຍຍາທ່ານ ທອງດໍາ ຈັນທະວົງຄະນະ ອພສ ແຂວງ ທັງເປັນ ປະທານ ອພສ ເມືອງໄຊພູທອງ, ໂດຍໃຫ້ກຽດເຂົ້າຮ່ວມໃນການວ່າງສີລາເລິກ ຂອງທ່ານ ຄໍາວິໃສ ຜຸຍະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊພູທອງ ມີບັນດາຮອງເຈົ້າເມືອງ,ກໍາມະການພັກເມືອງ,ຫົວໜ້າ-ຄະນະຫ້ອງການ, ເລຂາ-ນາຍບ້ານ ນັກທຸລະກິດແລະ ພໍ່ແມ່ປະຊາຊົນພ້ອມດ້ວຍ ພະນັກງານແພດໝໍເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບໂຄງການກໍ່ສ້າງຕຶກໂຮງໝໍສົງພາຍໃນໂຮງໝໍເມືອງໄຊພູທອງໃນຄັ້ງນີ້ ຈຸດປະສົງກໍ່ເພື່ອເຮັດໃຫ້ສະດວກໃນການຮັກສາສຸຂະພາບຂອງພະສົງພາຍໃນເມືອງ ພ້ອມນີ້ຍັງເປັນການປະກອບສ່ວນອັນສໍາຄັນໃນການສ້າງສາທາລະນຸປະການພາຍໃນເມືອງຂອງພະສົງ.

ອີກດ້ານໜຶ່ງກໍ່ເພື່ອຕອບສະ
ໜອງແນວທາງນະໂຍບາຍຂອງພັກ-ລັດຖະບານຕໍ່ການພັດທະນາວຽກງານ3 ສ້າງ, ສະນັ້ນເປົ້າໝາຍຫຼັກເພື່ອສ້າງຕຶກໂຮງໝໍສົງພາຍໃນໂຮງໝໍເມືອງໄຊພູທອງຄັ້ງນີ້, ມີເນື້ອທີ່ທັງໝົດ 200 ຕາແມັດ,ເຊິ່ງລັກສະນະຂອງອາຄານແມ່ນເປັນອາຄານຊັ້ນດຽວ,ກໍ່ສ້າງແບບເບຕົງເສີມເຫລັກ,ມີຂະໜາດ 10×20 ແມັດ ,ໄດ້ແບ່ງອອກເປັນ 1 ຫ້ອງແພດ,ປະກອບມີ 4 ຫ້ອງນອນ , ເຊິ່ງເປັນຫ້ອງຕຽງຄູ່ ມີ 8 ຕຽງນອນ,ມີລະບົບນໍ້າຕິດ ແລະ ໄຟຟ້າ ແອຄົບຊຸດ, ເຊິ່ງລວມມູນຄ່າໃນການກໍ່ສ້າງທັງໝົດ 655 ລ້ານກວ່າກີບ ເຊິ່ງຈະໄດ້ເລີ່ມລົງມື 27 ພະຈິກ 2018 ເປັນຕົ້ນໄປ ແລະ ຄາດວ່າຈະໃຫ້ສໍາເລັດໃນກາງປີ 2019 ໂດຍແມ່ນຕົ້ນທຶນຂອງພະສົງ ແລະ ເຈົ້າສັດທາພາຍໃນທົ່ວເມືອງ ແລະ ບັນດານັກທຸລະກິດປະກອບການ.

ສ່ວນດ້ານການກໍ່ສ້າງແມ່ນໄດ້ລະດົມແຮງງານຂອງແຕ່ລະບ້ານເປັນຜູ້ກໍ່ສ້າງ ໄດ້ມີວິຊາການກວດກາຕິດຕາມ
ສະນັ້ນ,ເຊີນຮ່ວມສົມທົບທຶນກໍ່ສ້າງອາຄານດັ່ງກ່າວເພື່ອບູຊາພຣະຣັດຕະນະໄຕຣ ແລະ ສ້າງບຸນກຸສົນໃນຄັ້ງນີ້ ເພື່ອເຮັດໃຫ້ຕຶກໂຮງໝໍສົງໄດ້ສໍາເລັດຕາມແຜນກໍານົດໂດຍໄວ້./
Cr.ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...