ພະຍາດອະຫິວາໝູຍັງລະບາດ ພົບໝູຕາຍ 20 ພັນກວ່າໂຕນ!!!

ການລະບາດພະຍາດອະຫິວາໝູໃນຂອບເຂດທົ່ວປະເທດ ໄດ້ສົ່ງຜົນກະທົບໜັກຕໍ່ປະຊາຊົນຜູ້ລ້ຽງໝູຊຶ່ງນັບແຕ່ເດືອນ ມິຖຸນາ 2019 ມາຮອດປະຈຸບັນ ມີໝູຂອງປະຊາຊົນຕາຍແລ້ວ 20 ພັນກວ່າໂຕ ແລະ ໝູຍັງມີຊີວິດທີ່ເປັນກຸ້ມສ່ຽງອີກ 20 ພັນກວ່າໂຕ.

ອີງຕາມບົດລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານປະຈຳເດືອນ ມັງກອນ 2020 ຂອງຂະແໜງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ:

ການລະບາດພະຍາດອະຫິວາໝູອາຟຣິກາພົບເຊື້ອພະຍາດໃນປະເທດຄັ້ງທຳອິດຢູ່ 7 ບ້ານໃນ ເມືອງຕຸ້ມລານ ແຂວງສາລະວັນ ປະກອບມີ:

ບ້ານສາມັກຄີໄຊ, ບ້ານດິນດາກ, ບ້ານ ໂພນງາມ, ບ້ານເກັງຣັງ, ບ້ານນາລະຈາງ, ບ້ານຫ້ວຍຫວ້າ ແລະບ້ານນາຮ່ອງໃຫຍ່ ຊຶ່ງການລະບາດທໍາອິດເລີ່ມແຕ່ ວັນທີ 2 ມິຖຸນາ 2019 ແລະມີການຢືນຢັນໃນວັນ ທີ 17 ມິຖຸນາ 2019 ຊຶ່ງເຮັດໃຫ້ມີໝູ ຕາຍ 973 ໂຕ,

ຈາກນັ້ນກໍມີການແຜ່ ລາມໄປບັນດາແຂວງໃນທົ່ວປະເທດ, ຕໍ່ ສະພາບດັ່ງກ່າວກົມລ້ຽງສັດ ແລະການ ປະມົງກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ ເອົາໃຈໃສ່ລົງຕິດຕາມກວດສອບເພື່ອ ຕ້ານ, ສະກັດກັ້ນ ແລະຕອບໂຕ້ກັບການລະບາດຂອງພະຍາດດັ່ງກ່າວຊຶ່ງມາຮອດປະຈຸບັນເຫັນວ່າ ການລະບາດພະຍາດອະຫິວາໝູຍັງ ຄົງຢູ່ໃນຂອບເຂດ 170 ບ້ານ, 57 ເມືອງ, 18 ແຂວງ (ລວມທັງນະຄອນຫຼວງວຽງຈັນ)

ມີຈໍານວນໝູທັງໝົດ 40.803 ໂຕ ໃນນັ້ນ,ມີທີ່ຕາຍ 16.209 ໂຕ, ຖືກທຳາລາຍໄປແລ້ວ 4.216 ໂຕ ລວມໝູ ທີ່ຕາຍ ແລະໄດ້ຂ້າທໍາລາຍມີທັງໝົດ 20.425 ໂຕ (ໝູໃຫຍ່ 30%, ກາງ 15%, ນ້ອຍ 55%) ແລະໝູຍັງມີຊີວິດທີ່ຍັງເປັນກຸ່ມສ່ຽງມີທັງໝົດ 20.378 ໂຕ ຊຶ່ງປະຈຸບັນຂະແໜງການທີ່ກ່ຽວຂ້ອງແມ່ນໄດ້ດໍາເນີນມາດຕະການເຝົ້າລະວັງຢ່າງເຄັ່ງຄັດ ແລະເຂັ້ມງວດ.

ຍາດອະຫິວາໝູອາຟຣິກາເປັນພະຍາດທີ່ຮ້າຍແຮງສາມາດຕິດໃສ່ໝູທຸກ ຊະນິດ, ທຸກສາຍພັນ, ທຸກອາຍຸ ແລະ ທຸກເພດທຸກໄວລວມທັງໝູປ່າມີຄວາມທົນ ທານສູງຕໍ່ສິ່ງແວດລ້ອມ, ບໍ່ມີຢາປ້ອງກັນ ແລະຢາຮັກສາ, ຊຶ່ງອັດຕາການຕາຍຂອງໝູຖ້າຕິດພະຍາດນີ້ແລ້ວແມ່ນ 100%, ແຕ່ບໍ່ສາ ມາດຕິດຕໍ່ໃສ່ຄົນໄດ້.

ແນວໃດກໍຕາມຂະແໜງການກ່ຽວຂ້ອງກໍຄືກົມລ້ຽງສັດ ແລະການປະມົງ ໄດ້ດຳເນີນມາດຕະການເຝົ້າລະວັງຢ່າງເຄັ່ງຄັດ ແລະເຂັ້ມງວດໂດຍມີ ການຜະລິດຢາປ້ອງກັນພະຍາດສັດປະເພດເຕົ້າໂຮມເລືອດງົວ-ຄວາຍ ແລະອະຫິ ວາຈຳນວນ 7 ລ້ານກວ່າເຂັມເທົ່າກັບ 91,26% ຂອງແຜນການປີ,

ໄດ້ສະໜອງໃຫ້ຜູ້ປະກອບການ ແລະບັນດາແຂວງ 7,53 ແສນ ເຂັມ, ສາມາດຈຳໜ່າຍໄດ້ 5,6 ລ້ານເຂັມ ເທົ່າກັບ 70,45% ແລະໄດ້ຊຸກຍູ້ສັກຢາ ກັນພະຍາດໃຫ້ສັດລ້ຽງຂອງຊາວກະສິກອນໃນຂອບເຂດທົ່ວປະເທດໄດ້ 55.706 ໂຕ ໃນນີ້ງົວເກືອບ 18 ພັນໂຕ, ຄວາຍ 5,8 ພັນໂຕ, ໝູ 1,5 ພັນໂຕ (ບໍ່ນັບຟາມໝູຕ່າງໆ), ແບ້ ແລະສັດປີກອີກຈຳນວນໜຶ່ງ.
ແຫຼ່ງຂໍ້ມູນ: ໂດຍ: ວົງມະນີພາບ ແລະຂ່າວ ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.