Sunday, November 9, 2025
Kbank Laos โอน รับ จ่าย

ສປປລາວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ 4,7 ລ້ານຄົນ ໂດຍສະເພາະນັກທ່ອງທ່ຽວຈີນ

ສປປ ລາວ ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃນປີ 2020 ນີ້ ໃຫ້ໄດ້ 4,7 ລ້ານເທື່ອຄົນ ແລະ ຄາດວ່າຈະສ້າງລາຍຮັບໄດ້ປະມານ 900 ລ້ານໂດລາສະຫະລັດ, ຊຶ່ງໃນປີ 2019 ຜ່ານມາ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຈໍານວນ 4,58 ລ້ານເທື່ອຄົນເພີ່ມຂຶ້ນປະມານ 9% ຖ້າທຽບໃສ່ປີ 2018.

ອີງຈາກຂໍ້ມູນຂອງກົມການຕະຫຼາດການທ່ອງທ່ຽວກະຊວງຖະແຫຼ່ງຂ່າວ ວັດທະນທໍາ ແລະທ່ອງທ່ຽວໃຫ້ຮູ້ວ່າ:

ປີ 2019 ຜ່ານມາ ເປັນປີທ່ອງທ່ຽວລາວ-ຈີນ, ຊຶ່ງລັດຖະບານລາວໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວໃຫ້ໄດ້ 4,5 ລ້ານຄົນ,ໃນນີ້ເປັນນັກທ່ອງທ່ຽວຈີນ ບໍ່ໃຫ້ຫຼຸດ 1 ລ້ານຄົນ,

ໂດຍໄດ້ຈັດກິດຈະກໍາຫຼາຍ ຮູບແບບ ເພື່ອດຶງດູດນັກທ່ອງທ່ຽວດ້ວຍຮູບແບບຊຶ່ງມີທັງການສະແດງສິລະປະ ລາວ-ຈີນ, ວາງສະແດງຮູບພາບ ແລະເທສະການອາຫານ, ຈັດງານສັບປະດາ ວັດທະນະ ທຳຈີນ, ການຈັດງານບຸນປະ ເພນີໃນແຕ່ລະແຂວງ ແລະກິດຈະກໍາອື່ນໆອີກ.

ຜ່ານການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ-ຈີນ ເຫັນວ່າ ສະຖິຕິນັກ ທ່ອງທ່ຽວເດີນທາງເຂົ້າມາທ່ຽວ ສປປ ລາວ ຈໍານວນທັງໝົດ 4,58 ລ້ານຄົນ, ເພີ່ມຂຶ້ນຈາກສະຖິຕິການທ່ອງທ່ຽວປີ 2018 ປະມານ 9% ໃນນີ້ຈໍານວນນັກທ່ອງທ່ຽວຈາກ ສປ ຈີນ ເພີ່ມຂຶ້ນແບບກ້າວກະໂດດທີ່ 27% ຫຼື ເປັນຈໍານວນ 1.02 ລ້ານເທື່ອຄົນ,

ນັກທ່ອງທ່ຽວຈາກປະເທດໄທຊຶ່ງເປັນແຫຼ່ງນັກທ່ອງທ່ຽວຫຼັກທີ່ເຂົ້າມາທ່ອງທ່ຽວລາວເພີ່ມຂຶ້ນ 6%, ນັກທ່ອງ ທ່ຽວຈາກປະເທດຫວຽດນາມ ເພີ່ມຂຶ້ນ 11%, ນັກທ່ອງທ່ຽວຈາກອາເມ ລິກາ ເພີ່ມຂຶ້ນ 22%, ນັກທ່ອງທ່ຽວຈາກຝຣັ່ງເພີ່ມຂຶ້ນ 11%, ນັກທ່ອງ ທ່ຽວຈາກອັງກິດເພີ່ມຂຶ້ນ 22% ແລະ ນັກທ່ອງທ່ຽວຈາກເຢຍລະມັນເພີ່ມຂຶ້ນ 13%.

ແນວໃດກໍຕາມເຖິງຕົວເລກນັກທ່ອງທ່ອງຈາກຫຼາຍປະເທດຈະເພີ່ມຂຶ້ນ ແຕ່ ບາງປະເທດກັບຫຼຸດລົງເຊັ່ນ:

ນັກທ່ອງທ່ຽວຈາກ ສ.ເກົາຫຼີ ຫຼຸດລົງ 1%, ນັກທ່ອງທ່ຽວຈາກເດັນມາກຫຼຸດລົງ 27%, ນັກທ່ອງທ່ຽວຈາກສະວິສເຊີແລນຫຼຸດລົງ 18% ແລະ ນັກທ່ອງທ່ຽວຈາກຟິນແລນຫຼຸດລົງ 28%.

ສໍາລັບໃນປີ 2020 ນີ້, ລັດຖະບານລາວຕັ້ງເປົ້າໝາຍຕ້ອນຮັບນັກທ່ອງ ທ່ຽວຕ່າງປະເທດໃຫ້ໄດ້ທັງໝົດ 4,7 ລ້ານເທື່ອຄົນ ແລະຄາດວ່າຈະສ້າງລາຍຮັບຈາກການທ່ອງທ່ຽວໄດ້ປະມານ 900 ລ້ານໂດລາສະຫະລັດ (ຕົວເລກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດປະຈໍາປີ 2020 ຂອງນາຍົກລັດຖະມົນຕີ).

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.