ຫຼາຍພາກສ່ວນຫາລືການຝຶກວິຊາຊີບກ້າວສູ່ການມີວຽກເຮັດໃຫ້ແຮງງານລາວ

ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະວິດເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ແລະ ອົງການເຊີວິດຄອນແທັກ ຮ່ວມກັນຈັດກອງປະຊຸມ ວາງແຜນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ເຮັດໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ ໄດ້ເຂົ້າຝຶກອົບຮົມວິຊາຊີບ ແລະ ເຂົ້າສູ່ຕະຫຼາດແຮງງານ ຫຼື ກັບເຂົ້າສູ່ລະບົບການສຶກສາ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ໂຮງແຮມຄລາວພຣາຊາ ນະຄອນ ຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜູພັນ ອຸດສາ ຫົວຫນ້າກົມອາຊີວະສຶກສາ ກະຊວງສຶກສາ ທິການ ແລະ ກິລາ, ທ່ານ ຄອນສີ ມະຫາວົງ ຮອງຫົວຫນ້າກົມພັດທະນາສີມືແຮງງານ ແລະ ການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ພ້ອມດ້ວຍອົງການຈັດຕັ້ງສາກົນຄູ່ຮ່ວມ, ຜູ້ຕາງໜ້າຈາກພາກ ສ່ວນການສຶກສາ, ແຮງງານ, ສະຖານອາຊີວະສຶກສາ, ພາກສ່ວນຈັດຕັ້ງມະຫາຊົນ ແລະ ຄູ່ຮ່ວມງານຕ່າງໆ ໃນແຂວງເປົ້າໝາຍຂອງໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການຈັດກອງປະຊຸມດັ່ງກ່າວ, ແມ່ນເພື່ອເປັນການສ້າງແຜນວຽກ, ວາງໜ້າທີ່ ແລະ ຄົ້ນຄວ້າບັນດາໜ້າວຽກຕ່າງໆ ທີ່ຈະໄດ້ກໍານົດໃຊ້ເຂົ້າໃນໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໃນໄລຍະ 4 ປີຂ້າງໜ້າ ໂດຍໄດ້ຮັບການສະໜັບສະໜູນຈາກ ປະເທດສະວິດເຊີແລນ ເປົ້າໝາຍແມ່ນເພື່ອໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ ເຂົ້າຮ່ວມຝຶກອົບຮົມວິຊາຊີບ ແລະ ເຂົ້າສູ່ຕະຫຼາດແຮງງານ ຫຼື ກັບເຂົ້າສູ່ລະບົບການສຶກສາ.

ຜູ້ເຂົ້າຮ່ວມໄດ້ຮັບຟັງສະພາບລວມ, ອົງປະກອບ, ຂອບເຂດໜ້າວຽກ, ແລະ ກິດຈະກໍາຂອງໂຄງ ການ ກໍຄືຜົນສໍາເລັດໃນໄລຍະເລີ່ມຕົ້ນຂອງໂຄງການ, ການນໍາສະເຫນີແຜນວຽກສໍາລັບປີ 2020, ການປະສານງານ ແລະ ຮູບແບບການຈັດຕັ້ງປະຕິບັດໂຄງການ.

ນອກນັ້ນ, ຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ຮ່ວມກັນເຮັດວຽກເປັນກຸ່ມ ເພື່ອປຶກສາຫາ ລື ກ່ຽວກັບ ວິທີການຄັດເລືອກກຸ່ມເປົ້າຫມາຍສໍາລັບເຂົ້າຝຶກອົບຮົມວິຊາຊີບ, ການຄັດເລືອກຄູຝຶກ ແລະ ສະຖານທີ່ ຝຶກງານໃຫ້ຜູ້ເຂົ້າຝຶກອົບຮົມວິຊາຊີບ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...