ນະຄອນຫຼວງ ແຕ່ງຕັ້ງຄະນະສະເພາະກິດປ້ອງກັນ ຄວບຄຸມ-ແກ້ໄຂການລະບາດຂອງ nCOV

ທີ່ ຫ້ອງວ່າການ ປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະ ຊຸມ ເຜີຍແຜ່ຂໍ້ມູນຂ່າວສານ ແລະ ປຸກລະດົມຂໍຄວາມຮ່ວມມືເພື່ອເຝົ້າລະວັງປ້ອງກັນ ພະຍາດອັກເສບ ປອດຍ້ອນເຊື້ອຈຸລະໂລກໂຄໂຣນາ(nCOV) ເປັນປະທານຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນ ຫຼວງວຽງຈັນທັງເປັນຫົວໜ້າຄະນະສະ ເພາະເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະ ຍາດປອດອັກເສບຈາກເຊື້ອຈຸລະໂລກ ສາຍພັນໃໝ່ເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫຼວງວຽງຈັນ ພ້ອມດ້ວຍ ຫົວໜ້າ ຮອງ ພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າຫ້ອງການສາທາລະນະສຸກ 9 ຕົວເມືອງ ຕາງ ໜ້າກະຊວງສາ ທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ກອງປະຊຸມໃນຄັ້ງນີ້ເຈົ້າຄອງນະຄອນຫຼວງວຽງຈັນຕົກລົງແຕ່ງ ຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກ ສາຍພັນໃໝ່ ເຊິ່ງມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງເປັນຫົວໜ້າຄະ ນະ ທ່ານ ຫົວໜ້າພະແນກ ສາທາລະນະສຸກນະຄອນຫຼວງວຽງ ຈັນເປັນຮອງຫົວໜ້າ ແລະ ມີ ຮອງຫົວໜ້າພະແນກການ ແລະ ຮອງເຈົ້າເມືອງ 9 ຕົວເມືອງເປັນກຳມະການ.

ສຳລັບນະຄອນຫຼວງວຽງຈັນໄດ້ເອົາໃຈໃສ່ເຝົ້າລະວັງພະຍາດນີ້ຢ່າງໃກ້ຊິດ ແລະ ຈັດຕັ້ງປະ ຕິບັດມາດຕະການປ້ອງກັນເລີ່ມແຕ່ມີການລະບາດຢູ່ ສປ ຈີນເປັນຕົ້ນມາ ຈົນເຖິງປັດຈຸບັນ ນະຄອນ ຫຼວງ ວຽງຈັນຍັງບໍ່ພົບກໍລະນີຄົນເຈັບຕິດເຊື້ອພະຍາດນີ້.

ແຫຼ່ງຂໍ້ມູນ: ພາບ-ຂ່າວ ເພັດສະໝອນ, ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...