Saturday, November 8, 2025
Kbank Laos โอน รับ จ่าย

ທ່າອ່ຽງທຸລະກິດຂີ້ເຫຍື້ອ ກໍາລັງເປັນຈຸດສົນໃຈຂອງສັງຄົມປັດຈຸບັນ!!!

ຂີ້ເຫຍື້ອຂອງນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາເຫັນວ່າມີລັກສະນະເພີ່ມຂຶ້ນເລື້ອຍໆ ເນື່ອງຈາກອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ທີ່ຢູ່ອາໄສເພີ່ມຂຶ້ນ ເຮັດໃຫ້ສິ່ງເສດເຫຼືອຈາກອາຫານ, ສິນຄ້າອຸປະໂພກ – ບໍລິໂພກອື່ນໆມີລັກສະນະເພີ່ມຂຶ້ນທຸກປີ.

ດັ່ງນັ້ນ, ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ເຫັນໂອກາດທາງທຸລະກິດຈາກຂີ້ ເຫຍື້ອ ຈຶ່ງໄດ້ລົງທຶນ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນ ປະກອບມີ:

ໂຮງງານຄັດແຍກຂີ້ເຫຍື້ອ, ໂຮງງານຜະລິດຢາງພລາສຕິກ, ໂຮງງານຜະລິດພະລັງງານໄຟຟ້າ ແລະ ໂຮງງານປຸ໋ຍຊີວະພາບ ເຊິ່ງໄດ້ວາງສີລາລືກການກໍ່ສ້າງໂຮງງານ ຫຼັງທີ 1 ໃນຕົ້ນເດືອນມັງກອນ 2020 ແລະ ຄາດວ່າຈະໃຫ້ສໍາເລັດພາຍໃນ 8 ເດືອນ.

ພາບປະກອບ

ທ່ານ ປອ. ຄຳຫຼ້າ ນາກຄະວົງ ປະທານ ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ, ຜູ້ອຳນວຍການ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໃຫ້ສໍາພາດວ່າ:

ພວກເຮົາໄດ້ເຮັດການສຶກສາສໍາຫຼວດຄວາມເປັນໄປໄດ້ ນັບແຕ່ປີ 2011 ເປັນຕົ້ນມາ ຮອດທ້າຍປີ 2019 ຈຶ່ງໄດ້ເຊັນສັນຍາດັດແກ້ ແລະ ເພີ່ມຕື່ມຂອງສັນຍາສໍາປະທານທີ່ດິນ ແລະ ສະໜາມຂີ້ເຫຍື້ອ ເພື່ອສ້າງຕັ້ງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຢູ່ບ້ານນາຜາສຸກ ( ຫຼັກ 32 ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນມູນຄ່າການລົງທຶນ 30 ລ້ານໂດລາ ໂດຍເປັນທຶນຈົດທະບຽນ 9 ລ້ານໂດລາ ເຊິ່ງບໍລິສັດທີ່ລົງທຶນມີ ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ຖືຫຸ້ນ 20% ບໍລິສັດ ຢູເອຊີ ເອັນເນີເຢີ້ ຈໍາກັດ ( ໄທ ) ຖືຫຸ້ນ 50,01% ບໍລິສັດ ສະແບງຊັດສ໌ເທນເນເບີ້ນ ເອັນເນີຢີ້ ຈໍາກັດ ( ໄທ ) ຖືຫຸ້ນ 29,99%.

ສໍາລັບເດືອນມັງກອນນີ້ພວກເຮົາໄດ້ເລີ່ມລົງມືກໍ່ສ້າງອາຄານໂຮງງານ ຫຼັງທີ 1 ເປັນໂຮງງານຄັດແຍກຂີ້ເຫຍື້ອ ແລະ ຈະໃຫ້ສໍາເລັດໃນ 8 ເດືອນ. ຫຼັງຈາກນັ້ນ, ກໍນໍາເຂົ້າເຄື່ອງຈັກຈາກປະເທດເຢຍລະມັນ ແລ້ວກ້າວເຂົ້າສູ່ຂະບວນການຜະລິດຕໍ່ໄປ.

ເວົ້າສະເພາະຄວາມຕ້ອງການຂີ້ເຫຍື້ອທີ່ຈະສະໜອງໃຫ້ໂຮງງານ ຫຼັງທີ 1 ຈໍານວນ 400 ໂຕນຕໍ່ມື້, ແຕ່ຖ້າໂຮງງານຫຼັງທີສອງສໍາເລັດກໍຈະມີຄວາມຕ້ອງການຫຼາຍຂຶ້ນຕື່ມອີກ. ຄຽງຄູ່ກັນນັ້ນ, ການນໍາເອົາຂີ້ເຫຍື້ອມາຜະລິດເປັນພະລັງງານທົດແທນບໍລິສັດຈະຂາຍໄຟຟ້າໃຫ້ກັບ ບໍລິສັດ ຜະລິດ – ໄຟຟ້າລາວ ມະຫາຊົນ;

ສ່ວນຂີ້ເຫຍື້ອທີ່ເປັນປະເພດ ພລາສຕິກທາງບໍລິສັດຈະຜະລິດເປັນສິນຄ້າສົ່ງອອກໃຫ້ກັບອົສຕຣາລີ ເຊິ່ງພວກເຮົາມີຕະຫຼາດຮອງຮັບຢູ່ແລ້ວ ແລະ ສິ່ງເສດເຫຼືອຂັ້ນຕອນສຸດທ້າຍຈາກໂຮງງານແລ້ວເອົາມາຜະລິດເປັນປຸ໋ຍຊີວະພາບ ກໍໄດ້ມີການຫາລືກັບສະມາຄົມກະສິກຳ ເພື່ອການສະໜອງປຸ໋ຍໃຫ້ແກ່ການຜະລິດຂອງຊາວກະສິກອນ ລວມທັງທະນາຄານສົ່ງເສີມກະສິກຳເພິ່ນກໍຍິນດີໃຫ້ ຄວາມຮ່ວມມືຂໍພຽງແຕ່ປຸ໋ຍເຮົາມີຄຸນນະພາບ ແລະ ລາຄາບໍ່ແພງກວ່າບ່ອນອື່ນ ທັງໝົດນີ້ໄດ້ມີການເຊັນ MOU ກັນແລ້ວ.

ພາບປະກອບ

ທ່ານ ປອ. ຄຳຫຼ້າ ຍັງອະທິບາຍຕື່ມວ່າ: ສໍາລັບເນື້ອທີ່ເຊົ່າສໍາປະທານແມ່ນ 50 ເຮັກຕາ ມີອາຍຸຕາມສັນຍາ 45 ປີ. ສໍາລັບການລົງທຶນນີ້ຖ້າຫາກທຸກໂຮງງານເດີນເຄື່ອງຜະລິດເຕັມຮູບແບບ ຄາດວ່າອີກປະມານ 7 ປີ ເຮົາສາມາດໄດ້ທຶນຄືນ, ສ່ວນເວລາທີ່ເຫຼືອກໍເປັນກໍາໄລ.

ໃນນີ້, ໂຮງງານຄັດແຍກຂີ້ເຫຍື້ອ, ໂຮງງານຜະລິດຢາງພລາສຕິກ ແລະ ໂຮງງານປຸ໋ຍຊີວະພາບແມ່ນຈະເດີນເຄື່ອງຜະລິດ 16 ຊົ່ວໂມງຕໍ່ມື້, ສ່ວນການຜະລິດໄຟຟ້າແມ່ນຕະຫຼອດ 24 ຊົ່ວໂມງ.

ນອກນັ້ນ, ຂີ້ເຫຍື້ອເກົ່າທີ່ຖືກຝັງດິນ ປະມານ 4 ແສນໂຕນ ກໍຈະຂຸດຄົ້ນເອົາມາຜະລິດໃຫ້ໝົດປະມານ 10 ປີ ແລະ ຂີ້ເຫຍື້ອໃໝ່ກໍຈະເຂົ້າສູ່ຂັ້ນຕອນການຜະລິດ ໂດຍບໍ່ຕ້ອງຝັງອີກຕໍ່ໄປ, ທັງໝົດນີ້ການຮັບປະກັນດ້ານມົນລະພິດແມ່ນໄປຕາມການຊີ້ນໍາຂອງກົມມົນລະພິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງຄວາມຮ້ອນ 1.200 ອົງສາຂຶ້ນໄປ ຖືວ່າບໍ່ມີຜົນກະທົບທາງດ້ານສິ່ງແວດລ້ອມ.

ສໍາລັບແຜນການຕໍ່ໄປ, ບໍລິສັດ ຂວັນເມືອງກຣຸບ ຈໍາກັດຜູ້ດຽວ ຈະລົງທຶນສ້າງຕັ້ງເປັນລັດວິສາຫະກິດຫຸ້ນສ່ວນຂົນສົ່ງຮ່ວມກັບນະຄອນຫຼວງວຽງຈັນ ເນື່ອງຈາກຂີ້ເຫຍື້ອໃນແຕ່ລະມື້ມີຈໍານວນຫຼາຍ ເຊິ່ງບໍລິສັດມີແຜນຈະຊື້ລົດຂົນສົ່ງ ຈໍານວນ 50 ຄັນ ແຕ່ໃນເບື້ອງຕົ້ນຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ຈະເປັນຜູ້ສະໜອງຂີ້ເຫຍື້ອໃຫ້ກັບໂຮງງານພວກເຮົາ, ສ່ວນລົດ 50 ຄັນທີ່ເຮົາຊື້ມານັ້ນ ນະຄອນຫຼວງເພິ່ນອະນຸຍາດໃຫ້ແລ່ນຂົນສົ່ງຂີ້ ເຫຍື້ອຢູ່ 4 ເມືອງໃນ, ສ່ວນລົດຂອງ ອົງການຄຸ້ມຄອງ ແລະ ບໍລິການຕົວເມືອງທີ່ມີຢູ່ໃຫ້ແລ່ນໃນ 5 ເມືອງນອກ. ສິ່ງດັ່ງກ່າວຈະສາມາດເກັບຂີ້ເຫຍື້ອໄດ້ໝົດທຸກຈຸດ, ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ໃຫ້ປະຖິ້ມຄືເຮົາເຫັນໃນປັດຈຸບັນ.

ປະທານບໍລິສັດ ຍັງເວົ້າເຖິງເຫດຜົນທີ່ຢາກມາເຮັດທຸລະກິດຂີ້ເຫຍື້ອ ວ່າ: ເນື່ອງຈາກພວກເຮົາໄດ້ໄປສຶກສາຢູ່ຫຼາຍປະເທດກ່ຽວກັບເຕັກໂນໂລຊີບໍາບັດຂີ້ເຫຍື້ອ, ມີແຫຼ່ງທຶນທີ່ຮັບປະກັນໄດ້ ແລະ ທີ່ສໍາຄັນເຮົາມີຄູ່ສັນຍາທີ່ມີປະສົບການເຮັດຕົວຈິງມາແລ້ວ ເຊິ່ງກ່ອນໜ້ານັ້ນມີ 7 ບໍລິສັດຈາກໄທ, ຝຣັ່ງ, ສປ ຈີນ, ສສ ຫວຽດນາມ ແລະ ບໍລິສັດໃນລາວໄດ້ຍື່ນຊອງປະມູນເພື່ອລົງທຶນ ແຕ່ເຫດຜົນທີ່ເຮົາໄດ້ຮັບຄວາມໄວ້ວາງໃຈຈາກຂັ້ນເທິງກໍຍ້ອນວ່າ:

ເຮົາຂໍເອົາຂີ້ ເຫຍື້ອມາຜະລິດເທົ່ານັ້ນ ແລະ ບໍ່ເອົາຄ່າກໍາຈັດຂີ້ເຫຍື້ອ ເພາະພວກເຮົາໝັ້ນໃຈວ່າຈະສາມາດເອົາຂີ້ເຫຍື້ອມາຜະລິດເປັນສິນຄ້າໄດ້ ໂດຍນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ແລະ ອີກຢ່າງກໍເປັນບໍລິສັດຂອງຄົນລາວເອງ ທາງນະຄອນຫຼວງເພິ່ນກໍພິຈາລະນາໃຫ້ເປັນຜູ້ຈັດຕັ້ງປະຕິບັດ.

ປັດຈຸບັນປະຊາຊົນທີ່ເກັບຂີ້ເຫຍື້ອໃນບໍລິເວນສະໜາມນັ້ນ 200 ກວ່າຄົນ ແຕ່ພາຍຫຼັງໂຮງງານດໍາເນີນການຜະລິດເຮົາກໍມີຄວາມຕ້ອງການພະນັກງານ ຈໍານວນ 300 ກວ່າຄົນ ໂດຍຈະເອົາຄົນໃນພື້ນທີ່.

ທັງນີ້, ກໍເພື່ອສ້າງວຽກເຮັດງານທຳໃຫ້ກັບເຂົາເຈົ້າເຖິງແມ່ນວ່າເຮົາມີໂຮງງານທີ່ທັນສະໄໝກໍຈິງ ແຕ່ການຄັດແຍກຂີ້ເຫຍື້ອກໍມີຄວາມຈໍາເປັນໃຊ້ຄົນ ແລະ ບາງສ່ວນແມ່ນເຄື່ອງຈັກຄັດແຍກ.

ຂໍ້ມູນຂອງບໍລິສັດຍັງໃຫ້ຮູ້ອີກວ່າ:

ໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນນັ້ນມີຄວາມຕ້ອງການຂີ້ເຫຍື້ອ 400 ໂຕນຕໍ່ມື້. ໃນນີ້, ສາມາດຜະລິດໄຟຟ້າໄດ້ 6 ເມກາວັດ, ສ່ວນຜະລິດຢາງພລາສຕິກ ປະມານ 40 ໂຕນຕໍ່ມື້ ແລະ ປຸ໋ຍອິນຊີ ປະມານ 100 ໂຕນຕໍ່ມື້.

ແຫຼ່ງຂໍ້ມູນ: ຂ່າວ – ຮູບ: ສົມສະຫວິນ, ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

1 ຄວາມ​ຄິດ​ເຫັນ

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.