ຫຼາຍພາກສ່ວນ ສປປລາວ ສົ່ງກໍາລັງໃຈ ແລະ ຮ່ວມມອບເຄື່ອງຊ່ວຍເຫຼືອຊາວເມືອງອູຮັ້ນ

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ, ຜູ້ຕາງໜ້າຄະນະສະມາຄົມຊາວຈີນຕ່າງດ້າວ, ​ຜູ້ຕາງໜ້າສະພາການຄ້າຈີນແຂວງກວາງຕຸ້ງ,​ ພ້ອມດ້ວຍພາກສ່ວນ​ຕ່າງໆ ໄດ້ນຳເອົາເຄື່ອງຊ່ວຍເຫຼືອອັນຈຳເປັນຈາກຫຼາຍພາກສ່ວນໄປມອບໃຫ້ສະຖານທູດຈີນ ປະຈຳ ສປປ ລາວ,

ເພື່ອປະກອບສ່ວນຊ່ວຍບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກ​ພະ​ຍາດ​ອັກ​ເສບ​ປອດ​ຈາກໄວຣັສໂຄໂຣ​ນາ​ສາຍ​ພັນ​ໃໝ່, ທີ່ເກີດຂຶ້ນຢູ່ເມືອງອູຫັ້ນແຂວງຫູເປີ້ຍ ປະເທດຈີນ.

ພາບປະກອບ

ສໍາລັບ ເຄື່ອງຊ່ວຍ​ເຫຼືອທີ່ນໍາໄປມອບ​ໃຫ້​ໃນຄັ້ງນີ້ມີ: ​

ພາກ​ສ່ວນສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມ ຈຳ​ນວນ 10.​000 ຜືນ ແລະຖົງມືອະນາໄມການແພດ 10.000 ຄູ່; ສະພາການຄ້າແຂວງຮູນານ ປະຈຳ ລາວ ໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມ ຈຳນວນ 350.000 ຜືນ, ຖົງມືການແພດ ຈຳນວນ 90.000 ຄູ່ ແລະໝວກສຳ​ລັບແພດຈຳນວນ 25.000 ໜ່ວຍ (​ເຊິ່ງໄດ້ຈັດສົ່ງໄປກ່ອນ​ໜ້າ​ນີ້ແຕ່ວັນທີ 31 ມັງກອນ 2020);

ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມຈຳນວນ 202.000 ຜືນ ແລະຖົງມືສຳລັບແພດຈຳນວນ 60.000 ຄູ່(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ31ມັງກອນ 2020); ສະພາການຄ້າແຂວງກວາງຕຸງປະຈຳລາວໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມຈຳນວນ 30.000 ຜືນ ແລະແວ່ນຕາສຳ​ລັບແພດຈຳນວນ 1000 ອັນ(ໄດ້ຈັດສົ່ງໄປກ່ອນ​ແຕ່ວັນທີ 28 ມັງກອນ 2020);

ບໍລິສັດກໍ່ສ້າງ ແຂວງຢຸນນານ ຈຳກັດ ໄດ້ມອບ​ໜ້າ​ກາກ​ອະ​ນາ​ໄມຈຳນວນ 70.000 ຜືນ(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ 1 ກຸມພາ 2020)

ພ້ອມກັນນີ້ ສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ຍັງຈະສືບຕໍ່ສົມທົບກັບທຸກພາກສ່ວນໃນສັງຄົມໃນການປະກອບສ່ວນວັດຖຸສິ່ງຂອງອັນຈຳເປັນເພື່ອປະກອບສ່ວນຊ່ວຍ​ເຫຼືອແບ່ງເບົາ​ຜົນ​ກະ​ທົບ​ຈາກ ພະຍາດລະ ບາດອັກເສບປອດ​ຈາກ​ໄວ​ຣັ​ສໂຄໂຣນາ​ສາຍ​ພັນ​ໃໝ່ ທີ່ເກີດຂຶ້ນແກ່ປະຊາຊົນຊາວຈີນ.

ແຫຼ່ງຂໍ້ມູນ: ຊີອາໄອ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...