ເປີດຕຶກແຍກດ່ຽວໂຮງໝໍ 150 ຕຽງ ເພື່ອຮັບມືກໍລະນີທີ່ມີຜູ້ຕິດເຊື້ອພະຍາດອັກເສບປອດ ຫຼື ໂຄໂຣນາໄວຣັດສາຍພັນໃໝ່

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຕິດຕາມກວດກາການກະກຽມຄວາມພ້ອມຂອງຕຶກແຍກດ່ຽວພາຍໃນໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ເພື່ອການຮັບມືກໍລະນີທີ່ມີຜູ້ຕິດເຊື້ອພະຍາດອັກເສບປອດ ຫຼື ໂຄໂຣນາໄວຣັດສາຍພັນໃໝ່.

ການກະກຽມສະຖານທີ່ເພື່ອຮອງຮັບຄົນເຈັບໃນກໍລະນີມີຜູ້ຕິດເຊື້ອພະຍາດອັກເສບປອດ ຫຼື ໂຄໂຣນາໄວຣັດສາຍພັນໃໝ່ 2019:
1. ປັດຈຸບັນ, ແມ່ນໄດ້ກະກຽມທັງໝົດ 10 ຫ້ອງ ທີ່ສາມາດຕິດຕາມເຝົ້າລະວັງຄົນເຈັບທີ່ສົງໄສຕິດເຊື້ອພະຍາດດັ່ງກ່າວ,
2. ພາຍຫຼັງໄດ້ສະຫຼຸບຜົນກວດແລ້ວ, ຖ້າຫາກບໍ່ມີອາການຕິດເຊື້ອ ຫຼື ເຈັບເປັນຮຸນແຮງ ກໍ່ຈະໃຫ້ຄົນເຈັບກັບຄືນເມືອຕິດຕາມອາການຢູ່ຕຶກອາຄານນອກ ຫຼື ບ້ານເຮືອນຂອງເຂົາເຈົ້າ,
3. ໃນຂອດປະສານງານທາງໂຮງໝໍແມ່ນໄດ້ປະສານສົມທົບກັບກະຊວງສາທາລະນະສຸກເປັນຫຼັກ ໂດຍສະເພາະ ກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວ,
4. ພາຍໃຕ້ການຊີ້ນໍາຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ, ພ້ອມທັງຮ່ວມມືກັບອົງການອະນາໄມໂລກ,
5. ເພື່ອເຝົ້າລະວັງຕິດຕາມການເຄື່ອນໄຫວຂອງພະຍາດກໍຄືຊຸມຊົນທີ່ເດີນທາງໄປ ແລະ ມາ,
6. ປັດຈຸບັນ, ຄົນເຈັບທີ່ສົງໄສວ່າອາດຕິດເຊື້ອພະຍາດດັ່ງກ່າວມີທັງໝົດ 12 ກໍລະນີ ແລະ ໂຮງໝໍໄດ້ມີການຕິດຕາມກວດກາ ແລະ ເຝົ້າລະວັງຢ່າງໃກ້ຊິດ (ສຳນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ).

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...