10 ເຫດຜົນ ທີ່ຕ້ອງໄປຢ້ຽມຢາມເມືອງມໍລະດົກໂລກ ນະຄອນຫຼວງພະບາງ

  1. ນະຄອນຫຼວງພະບາງ ຄືລາຊະທານີອັນເກົ່າແກ່ແຫ່ງທຳອິດຂອງລາວ ທີ່ມີອາຍຸເຖິງ 1.300 ປີ.
  2. ເປັນລາຊະທານີ ທີ່ມີກະສັດປົກຄອງຫຼາຍເຖິງ 77 ພະອົງ (3 ຍຸກ).
  3. ມີວັດວາອາຮາມ ທີ່ສຳຄັນໃນເຂດຕົວເມືອງ ຫຼາຍກວ່າ 30 ວັດ (ຍັງບໍ່ລວມວັດນ້ອຍ).
  4. ມີບ້ານເຮືອນທີ່ເປັນເອກະລັກໂຄໂລນຽວ ສະໄຕທີ່ສວຍງາມ ແລະໜ້າຫຼົງໄຫຼ ແລະເຮືອນທຸກຫຼັງຜ່ານການບູລະນະຕາມແບບດັ້ງເດີມ.
  5. ເປັນຕົ້ນເຄົ້າ ຮີດ 12 ຄອງ 14 ແລະປະເພນີທີ່ສຳຄັນຫຼາຍບຸນ ເຊັ່ນ ບຸນປີໃໝ່, ແຫ່ນາງສັງຂານ ອັງເຊີນພະບາງພຸດທະລາວັນເຈົ້າລົງສົງ, ບຸນຊ່ວງເຮືອ (ແຂ່ງເຮືອຍາວ) ເປັນຕົ້ນ.
  6. ມີແມ່ນ້ຳຄານ ແລະແມ່ນ້ຳຂອງ ໄຫຼຜ່ານເມືອງຈົນເກີດເປັຮທັດສະນີຍະພາບທີ່ສວຍສົດງົດງາມ.
  7. ເປັນເມືອງທີ່ມີພູເຂົາຢູ່ກາງເມືອງ ທີ່ສາມາດເບິ່ງດວງຕາເວັນຕົກ ແລະຊົມວິວ 360 ອົງສາ ຂອງນະຄອນຫຼວງພະບາງແບບສຸດຍອດ.
  8. ເປັນເມືອງທີ່ມີທຳມະຊາດອ້ອມຮອບ, ພູເຂົາ, ປ່າໄມ້ ແລະ ນ້ຳຕົກຕາດ ເປັນເຫດຜົນໜຶ່ງ ທີ່ສົ່ງຜົນຕໍ່ການກະຕຸ້ນເຮັດໃຫ້ທ່ານຮູ້ສຶກຜ່ອນຄາຍ.
  9. ເປັນເມືອງນ້ອຍໆ ທີ່ເຈົ້າສາມາດຍ່າງໄປມາຮ່ອມນັ້ນນີ້ໄດ້ ໂດຍບໍ່ຕ້ອງຂີ່ລົດຈັກ ແຕ່ຂີ່ລົດຖີບເພື່ອອອກກຳລັງກາຍ.
  10. ເປັນເມືອງສະຫງົບງຽບອີຫຼີ.

ແຫຼ່ງຂໍ້ມູນ : Face Book : Looking Laos Lanxang

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...