ຊົມເຊີຍ! ສອງລັດຖະບານລາວ ແລະ ລັດຖະບານຫວຽດນາມ ປະດັບຫຼຽນໄຊແຫ່ງລັດ

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ

ພິທີປະດັບຫຼຽນໄຊຂອງລັດຖະບານລາວ ໃຫ້ກົມກອງລວມໝູ່, ບຸກຄົນກອງທັບປະຊາຊົນຫວຽດນາມ ແລະ ປະດັບຫຼຽນໄຊເອກະລາດຊັ້ນ I ຂອງລັດຖະບານຫວຽດນາມ ໃຫ້ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ.

ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ກຽດປະດັບຫຼຽນໄຊເອກະລາດ ຊັ້ນ I ໃຫ້ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໂດຍແມ່ນ ສະຫາຍ ພົນເອກ ໂງຊວນລິກ ກໍາມະການກົມການເມືອງ ສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ.

ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຂຶ້ນຜ່ານລັດຖະດໍາລັດຂອງປະທານປະເທດ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວວ່າ ດ້ວຍການປະດັບຫຼຽນໄຊອິດສະຫຼະ ຊັ້ນ I, ຊັ້ນ II ແລະ ຊັ້ນ III ອີງ ຕາມລັດຖະທໍາມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ໝວດທີ VI ມາດຕາ 67 ຂໍ້ 11 ແລະ ອີງຕາມການສະເໜີ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 105/ນຍ, ລົງວັນທີ 11 ກັນຍາ 2019 ປະ ທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ ປະດັບຫຼຽນ ໄຊອິດສະຫຼະຊັ້ນ I ໃຫ້ກົມກອງ ລວມໝູ່ 2 ກົມກອງ ຄື:

ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ໂຮງຮຽນເຈີ່ນກວັກ ຕັ້ວນ ກົມໃຫຍ່ 2 ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນ 1 ສະຫາຍຄື:

ພົນເອກ ໂງ ຊວນລິກ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ປະດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ບຸກຄົນ ຈຳນວນ 14 ສະຫາຍ, ປະດັບຫຼຽນໄຊອິດສະຫຼະຊັ້ນ III ໃຫ້ບຸກຄົນ ຈໍານວນ 6 ສະຫາຍ, ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ 2 ສະ ຫາຍ, ປະດັບຫຼຽນໄຊພິລາດອາດ ຫານຊັ້ນ I ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ 15 ສະຫາຍ ແລະ ປະດັບຫຼຽນໄຊພິລາດອາດຫານຊັ້ນ III 4 ສະຫາຍ.

ໃນໂອກາດນີ້, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ພົນເອກ ໂງ ຊວນລິກ ກໍໄດ້ມີຄໍາເຫັນວ່າ:

ລາວ-ຫວຽດ ນາມ ແມ່ນສອງປະເທດທີ່ມີຊາຍແດນຕິດຈອດກັນຮ່ວມສະຕາກຳອັນດຽວກັນ-ສາມັກຄີ ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຮ່ວມ ເປັນຮ່ວມຕາຍ, ຮ່ວມທຸກຮ່ວມສຸກ ເຂົ້າເມັດຫັກຜັກເສັ້ນໜຶ່ງ ກໍບິແບ່ງກັນຕໍ່ສູ້ຮ່ວມຂຸມຄອງອັນດຽວກັນ ອາດເວົ້າໄດ້ວ່າ:

ບໍ່ມີແບບຢ່າງໃດໃນໂລກນີ້ ຈະມີສາຍພົວພັນອັນສະໜິດແໜ້ນ ແລະ ມີຊີວິດຊີວາຄືກັນກັບສາຍພົວພັນຄວາມສາມັກຄີພິເສດຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ, ເຊິ່ງປະທານ ໂຮ່ຈິມິງ ທີ່ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະ ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກເປັນຜູ້ສ້າງຕັ້ງ ປະຊາຊົນສອງຊາດພວກເຮົາເປັນຜູ້ຮັກສາ, ຖະນຸຖະໜອມຜ່ານຜ່າສິ່ງທ້າທາຍ ບໍ່ຈັກວ່າເທົ່າໃດ ກອງທັບ ແລະ ປະຊາຊົນລາວ, ກອງທັບ ແລະ ປະຊາຊົນຫວຽດນາມ ສຸດທີ່ມີຄວາມພາກພູມໃຈ ແລະ ເຫັນໄດ້ວ່າຕະຫຼອດໄລຍະຜ່ານມາເຖິງສະພາບ ການມີການຜັນແປໄປຢ່າງສະຫຼັບຊັບຊ້ອນປານໃດກໍຕາມ ແຕ່ສາຍພົວພັນອັນເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດສອງກອງທັບ ແລະ ປະຊາຊົນສອງຊາດ ຍັງໄດ້ຮັບການຖະນຸຖະໜອມໃຫ້ຂຽວສົດງົດງາມຂຶ້ນເລື້ອຍໆ.

ພ້ອມກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ມາປະດັບຫຼຽນໄຊອິດສະຫຼະຊັ້ນ I, ຊັ້ນ II, ຊັ້ນ III, ຫຼຽນໄຊແຮງງານ ຊັ້ນ II ຂອງລັດຖະບານ ແລະ ຫຼຽນ ໄຊພິລາດອາດຫານຊັ້ນ I, ຊັ້ນ III ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ກອງທັບປະຊາຊົນຫວຽດນາມອ້າຍນ້ອງຕະຫຼອດໄລຍະຜ່ານມາພັກ, ລັດຖະບານກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອັນໃຫຍ່ ຫຼວງໃຫ້ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວຕະຫຼອດມາ.

ເຊິ່ງເປັນການປະກອບສ່ວນເພີ່ມທະວີ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຈະເລີນງອກງາມ ແລະ ເຂັ້ມແຂງຕະຫຼອດກາລະນານ.

ແຫຼ່ງຂໍ້ມູນ: ໂດຍ: ຊາຍສົມສັກ ວິໄລສັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.