Monday, March 24, 2025

ນັກທຸລະກິດລາວ-ໄທ ຮ່ວມມືດ້ານການຄ້າການລົງທຶນ ແລະ ທ່ອງທ່ຽວ

 ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງ­ທຶນ ແລະ ການ­ທ່ອງ­ທ່ຽວ ລະ­ຫວ່າງ ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ ແຂວງ​ສາ­ລະ​ວັນ ສປປ ລາວ ກັບ ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ສະ­ພາ​ຫໍ​ການ​ຄ້າ​ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ລາ­ຊະ​ອາ­ນາ­ຈັກ​ໄທ

ຈັດ​ຂຶ້ນ​ທີ່​ແຂວງ​ສາ­ລະ​ວັນ ໃນ​ໂອ­ກາດ​ທີ່​ຄະ­ນະ​ຜູ້​ແທນ​ພາກ​ລັດ ແລະ ພາກ​ເອ­ກະ​ຊົນ​ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ນຳ​ໂດຍ​ທ່ານ ສະ­ຫຼິດ ວິ­ທູນ ຜູ້​ວ່າ​ລາ­ຊະ­ການ ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ​ສາ­ລະ​ວັນ ໃນ​ວັນ​ທີ 15-17 ກຸມ­ພາ ນີ້

ເຊິ່ງ​ຮ່ວມ​ລົງ​ນາມ​ບົດ​ບັນ­ທຶກ​ຄັ້ງ​ນີ້​ລະ­ຫວ່າງ ທ່ານ​ນາງ ອິນ​ແປງ ຊາ​ມຸນ­ຕີ ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຂວງ​ສາ­ລະ​ວັນ ກັບ​ທ່ານ ສິດ­ທິ­ໄຊ ໂຄ​ສຸ​ຣັດ ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ​ຈັງ ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ແລະ ທ່ານ ນິ­ມິດ ສິດ­ທິ​ໄຕ ປະ­ທານ​ສະ­ພາ​ຫໍ​ການ​ຄ້າ ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ມີ​ທ່ານ ພູ​ທົງ ຄຳ​ມະ­ນີ​ວົງ ຮອງ​ເຈົ້າ­ແຂວງ​ສາ­ລະ​ວັນ ທ່ານ ສຸ­ພະ​ກິດ ກໍ​ຈະ­ເລີນ​ຍົດ ຮອງ​ຜູ້​ວ່າ​ລາ­ຊະ­ການ ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ພ້ອມ​ດ້ວຍ​ການ​ນຳ ແລະ ນັກ­ທຸ­ລະ­ກິດ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ໃນ​ບົດ​ບັນ­ທຶກ​ສະ­ບັບ​ນີ້ ສອງ​ຝ່າຍ​ໄດ້​ປຶກ­ສາ​ຫາ­ລື ແລະ ເປັນ​ເອ­ກະ​ພາບ​ກັນ​ສ້າງ​ຂຶ້ນ​ມາ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ປະ­ສານ​ງານ​ຮ່ວມ​ມື ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ໂດຍ​ສອງ​ຝ່າຍ​ມີ​ຄວາມ​ປາ­ຖະ­ໜາ ແລະ ມີ​ຈຸດ​ສຸມ​ທີ່​ຈະ​ຮ່ວມ​ມື​ກັນ​ໃນ​ອະ­ນາ­ຄົດ ພາຍ​ໃຕ້​ວິ­ໄສ​ທັດ​ການ​ພັດ­ທະ­ນາ​ໃນ​ພາກ​ພື້ນ​ເຂດ​ລຸ່ມ​ແມ່­ນ້ຳ​ຂອງ ຄື:

ສອງ​ຝ່າຍ​ຍິນ​ດີ​ທີ່​ຈະ​ມີ​ການ​ຮ່ວມ​ມື​ກັນ ແລະ ສົ່ງ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ຂອງ​ສາມ​ສະ­ພາ​ໄປ​ມາ​ພົບ​ປະ​ສາມ​ຝ່າຍ 2 ຄັ້ງ​ຕໍ່​ປີ ຍົກ​ລະ­ດັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ­ຖະ­ກິດ ອຸດ­ສາ­ຫະ­ກຳ ການ​ຄ້າ ການ​ລົງ­ທຶນ ການ­ທ່ອງ­ທ່ຽວ ລະ­ຫວ່າງ ສາມ​ສະ­ພາ​ຂອງ​ສອງ​ປະ­ເທດ ໂດຍ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ເຈົ້າ­ແຂວງ​ສາ­ລະ​ວັນ ແລະ ທ່ານ​ຜູ້​ວ່າ​ລາ­ຊະ­ການ ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ເພື່ອ​ສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ດ້ານ​ການ​ຮ່ວມ​ມື​ຂອງ​ສາມ​ສະ­ພາ ແລະ ກັບ​ຜູ້​ປະ­ກອບ​ການ​ໃນ​ທຸກ​ລະ­ດັບ​ຂອງ​ສອງ​ປະ­ເທດ.

ພ້ອມ​ນັ້ນ ກໍ​ຂະ­ຫຍາຍ​ການ​ຄ້າ​ຊາຍ​ແດນ​ລະ­ຫວ່າງ ແຂວງ​ສາ­ລະ​ວັນ​ກັບ​ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ໃຫ້​ມີ​ຄວາມ​ສະ­ດວກວ່ອງ­ໄວ ແລະ ສ້າງ​ຄວາມ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ຊາຍ​ແດນ ຈະ​ຮ່ວມ​ຖ່າຍ​ທອດ​ຄວາມ​ຮູ້​ພື້ນ­ຖານ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ­ຕະ​ກຳ​ໃໝ່ໆ​ໃຫ້​ກັນ ແລະ ກັນ ຂອງ​ສາມ​ສະ­ພາ ເພື່ອ​ການ​ພັດ­ທະ­ນາ​ການ​ຄ້າ ການ​ລົງ­ທຶນ ອຸດ ສາ​ຫະ​ກຳ ການ­ທ່ອງ­ທ່ຽວ ແລະ ການ​ຄ້າ​ຊາຍ​ແດນ ເພື່ອ​ເຊື່ອມ​ໂຍງ​ຖານ​ການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳ ອຸດ­ສາ­ຫະ­ກຳ ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ການ​ຕະ­ຫຼາດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ມີ​ການ​ປຶກ­ສາ​ຫາ­ລື​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ ແລະ ແກ້​ໄຂ​ບັນ­ຫາ​ທາງ​ດ້ານ​ການ​ຄ້າ ການ​ລົງ­ທຶນ ແລະ ການ­ທ່ອງ­ທ່ຽວ​ເປັນ​ປະ­ຈຳ ເບື້ອງ​ຕົ້ນ.

ເພື່ອ​ເປັນ​ການ​ສ້າງ​ໂຄງ­ການ​ຕົວ​ແບບ (ໂຄງ­ການ​ຈຳ­ລອງ) ດ້ານ​ການ​ຄ້າ ແລະ ການ​ລົງ­ທຶນ ຈະ​ເນັ້ນ​ໃສ່​ດ້ານ​ກະ­ສິ­ກຳ​ໄດ້­ແກ່​ເຂົ້າ ມັນ­ຕົ້ນ ແລະ ພືດ​ກະ­ສິ­ກຳ​ອິນ​ຊີ ຮ່ວມ​ກັນ​ສ້າງ­ຕັ້ງ​ຈຸດ​ປະ­ສານ​ງານ​ລະ­ດັບ​ແຂວງ ແລະ ແຂວງ​ຂຶ້ນ ຝ່າຍ​ແຂວງ​ສາ­ລະ​ວັນ ໂດຍ​ເອົາ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຂວງ​ເປັນ​ຈຸດ​ປະ­ສານ​ງານ ຝ່າຍ​ແຂວງ​ອຸ­ບົນ​ຣາ​ຊະ​ທາ­ນີ ເອົາ​ສະ­ພາ​ຫໍ​ການ​ຄ້າ ແລະ ສະ­ພາ​ອຸດ­ສາ­ຫະ­ກຳ​ຈັງ­ຫວັດ​ອຸ­ບົນ​ຣາ​ຊະ​ທາ­ນີ ເປັນ​ຈຸດ​ປະ­ສານ​ງານ​ເພື່ອ​ຄວາມ​ສະ­ດວກ​ໃນ​ການ​ພົວ ພັນ​ປະ­ສານ​ງານ​ຕິດ­ຕາມ ກວດ­ກາ​ວຽກ​ງານ ແລະ ແກ້​ໄຂ​ບັນ­ຫາ​ໃຫ້​ທັນ​ກັບ​ສະ­ພາບ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.