ປະກາດທົດລອງກ່ຽວກັບວຽກງານສ້າງບ້ານຂຽວສະອາດງາມຕາ

ສູນກາງແນວລາວສ້າງຊາດຮ່ວມກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະກາດທົດລອງກ່ຽວກັບວຽກງານສ້າງບ້ານຂຽວສະອາດງາມຕາ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ. ໄຊນະຄອນ ອິນທະວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກຊສ, ມີທ່ານ ເຍ່ຍເກີຢາ ໜໍຈໍຈົງຕົງ ຮອງປະທານ ສນຊ, ບັນດາທ່ານຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສູນກາງແນວລາວສ້າງຊາດ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊັນບັດບັນທຶກຄວາມເຂົ້າໃຈດ້ານສິ່ງແວດລ້ອມຮ່ວມກັນ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນການປະຕິບັດວຽກງານສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ

ເພື່ອມີສ່ວນຮ່ວມໃນການປົກປັກຮັກສາ, ຄຸ້ມຄອງ, ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ປະທານສະພາບໍລິຫານກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ສະຫນັບສະຫນູນງົບປະມານ ແລະ ມອບຫມາຍໃຫ້ແນວລາວສ້າງຊາດ ເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະເວລາ 6 ປີ (2018-2023).

ຈຸດປະສົງຂອງໂຄງການນີ້, ເພື່ອເປັນການສ້າງຄວາມອາດສາມາດໃຫ້ແກ່ສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນໃນວຽກງານສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາເຜົ່າ, ເພດ, ໄວ, ສາສະຫນາຕ່າງໆ ມີສ່ວນຮ່ວມໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທັງມີບົດບາດຕິດຕາມກວດກາການຄຸ້ມຄອງລັດ ຢູ່ຂັ້ນທ້ອງຖິ່ນໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ;

ເພື່ອສ້າງກົນໄກ ແລະ ເຄື່ອງມືໃນວຽກງານການປົກປ້ອງສິດ ຜົນປະໂຫຍດຂອງປະຊາຊົນລາວບັນດາຊົນເຜົ່າ ໃນການຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ; ເປັນການປັບປຸງ ແລະ ຍົກລະດັບຄວາມອາດສາມາດ ໃນການຈັດຕັ້ງປະຕິບັດກົນໄກ ແລະ ເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ລວມທັງພັດທະນາບຸກຄະລາກອນໃຫ້ມີຄວາມສາມາດ ໃນການຂົນຂວາຍທຶນຮອນ ແລະ ວາງແຜນຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາໂຄງການພັດທະນາໄດ້ຢ່າງມີປະສິດທິພາບ ເພື່ອຂໍທຶນມາຊ່ວຍສືບຕໍ່ຈັດຕັ້ງປະຕິ ບັດພາລະບົດບາດຂອງ ແນວລາວສ້າງຊາດ ໃຫ້ມີຄວາມຍືນຍົງ ແລະ ອັນສຸທ້າຍ ແມ່ນການຈັດຕັ້ງນໍາພາ ຂະ ບວນການສ້າງບ້ານ ເປົ້າຫມາຍພາຍໃນໂຄງການ ໃຫ້ກາຍເປັນບ້ານ ແລະ ຄອບຄົວ ຂຽວສະອາດງາມຕາ ໃນພິທີຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ ໄດ້ລັ່ນຄ່ອງ 9 ບາດ ເພື່ອເປັນສີລິມຸງຄຸນໃນພິທີຄັ້ງນີ້.

ໃນໂອກາດນີ້, ທ່ານ ປອ. ໄຊນະຄອນ ອິນທະວົງ ໄດ້ເປັນກຽດໂອ້ລົມບາງເນື້ອໃນຕໍ່ພິທີຄັ້ງນີ້, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບໂຄງການນີ້, ຊຶ່ງທ່ານໄດ້ໃຫ້ຮູ້ວ່າ:

ໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດເປັນວຽກາງນບຸລິມະສິດຂອງແນວລາວສ້າງຊາດ ທີ່ໄດ້ຮັບທຶນຈາກກອງທຶນປົກປັກສິ່ງແວດລ້ອມ, ໃຫ້ມີການປະສານສົມທົບຢ່າງແໜ້ນແຟ້ນເປັນປົກກະຕິ

ໂດຍສະເພາະແມ່ນແນວລາວສ້າງຊາດ ແຕ່ລະຂັ້ນໂດຍສະເພາະຂັ້ນເມືອງ ແລະ ຂັ້ນບ້ານ, ສືບຕໍ່ຊ່ວຍເຫຼືອກັນຈັດຕັ້ງປະຕິບັດຖືວ່າເປັນວຽກລວມຂອງນະຄອນຫຼວງ, ເປັນການປະກອບສ່ວນອັນສອດຄ່ອງກັບວຽກງານ 6 ສ ຂອງນະຄອນຫຼວງວຽງຈັນ, ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນເປັນເມືອງໜ້າຢູ່ ຍືນຍົງຕາມທິດນໍາ 6 ສ ສ່ວນກະຊວງຊັບພະຍາກອນທໍາມະຊາດ ແລ ສິ່ງແວດລ້ອມໄດ້ມີກົມວິຊາການທີ່ຈະສືບຕໍ່ຊ່ວຍເຫຼືອທາງດ້ານວິຊາ ການ, ມີຂໍ້ຕົກລົງ, ຄູ່ມືແນະນໍາ ເພື່ອສະດວກໃນການຈັດຕັ້ງ

ພ້ອມທັງ ຕິດຕາມເອົາໃຈໃສ່ຕໍ່ໂຄງການດັ່ງກ່າວ ຂ້າພະເຈົ້າເຊື່ອໝັ່ນວ່າ:

ທາງດ້ານເຕັກນິກພວກເຮົາຈະເຮັດໄດ້ແຕ່ຜົນສໍາເລັດແມ່ນຂຶ້ນກັບບ້ານ, ອົງການປົກຄອງທ້ອງຖິ່ນຈະຈັດຕັ້ງປະຕິບັດຊ່ວຍກັນ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ນະຄອນຫຼວງກໍຄື 9 ເມືອງ 17 ບ້ານ ທີ່ໄດ້ຈັບມືແຂ່ງຂັນກັນຄັ້ງນີ້, ຈົ່ງຊ່ວຍກັນສົມທົບເຫື່ອແຮງເພື່ອປະຕິບັດໂຄງການໃຫ້ສໍາເລັດ, ເພື່ອໃຫ້ມີຄວາມຍືນຍົງໃນ 17 ບ້ານດັ່ງກ່າວ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...