ທະນາຄານກາງ ເລັ່ງມາດຕະການຄຸ້ມຄອງການດຳເນີນທຸລະກິດແລກປ່ຽນເງິນຕາ ເພາະພົບວ່າບາງການເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ!

ການລົງຕິດຕາມກວດກາ ແລະ ເກັບກຳຂໍ້ມູນຕົວຈິງ ຮ້ານແລກປ່ຽນເງິນຕາ ຂອງທະນາຄານແຫ່ງ ສປປ ລາວ (ທຫລ) ເຫັນວ່າຍັງມີຮ້ານແລກປ່ຽນ ເງິນຕາຈຳນວນໜຶ່ງ ທີ່ມີການເຄື່ອນໄຫວບໍ່ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ ທຫລ ກຳນົດ ເຊັ່ນ: ກຳນົດ ແລະ ປະຕິບັດອັດຕາແລກປ່ຽນ ບໍ່ຖືກຕ້ອງຕາມລະບຽບການ, ຊື້-ຂາຍເງິນຕາ ເກີນຂອບເຂດທີ່ລະບຽບ ການກຳນົດ. ຕໍ່ປະກົດການທີ່ເກີດຂຶ້ນ ທຫລ ໄດ້ມີການປະຕິບັດມາດຕະການ ດ້ວຍການສັ່ງຢຸດຕິ ແລະ ຖອນໃບອະ ນຸຍາດ ດຳເນີນທຸລະກິດແລກປ່ຽນເງິນຕາ.

ທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຄຳຊີ້ແຈງດັ່ງນີ້: ປັບປຸງນິຕິກຳ ແລະ ກົນໄກໃນການຄຸ້ມຄອງ ຮ້ານແລກປ່ຽນເງິນຕາ ໃຫ້ເຂັ້ມງວດ ແລະ ເດັດຂາດ; ປັບປຸງລະບົບການຕິດຕາມ ການລາຍງານອັດຕາແລກປ່ຽນ ແລະ ການລາຍງານການຊື້-ຂາຍເງິນຕາ ຂອງຮ້ານແລກປ່ຽນເງິນຕາ ໃຫ້ເປັນລະບົບຄົບຊຸດ ແລະ ທັນກັບສະພາບແລະ ສືບຕໍ່ລົງຕິດຕາມກວດກາ ການດຳເນີນທຸລະກິດ ຂອງບັນດາຮ້ານແລກປ່ຽນ ເງິນຕາຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ໃນໄລຍະຜ່ານມາ ທຫລ ໄດ້ມີການຄຸ້ມຄອງການດຳເນີນທຸລະກິດ ແລກປ່ຽນເງິນຕາ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຊຶ່ງຜ່ານການຈັດຕັ້ງ ປະຕິບັດມາຈົນເຖິງ ປີ 2017 ທຫລ ໄດ້ອອກແຈ້ງການໂຈະຊົ່ວຄາວ ການຮັບໃບຄໍາຮ້ອງ ແລະ ການອອກໃບອະນຸຍາດ ດຳເນີນທຸລະກິດແລກປ່ຽນເງິນຕາ ໃນຂອບເຂດທົ່ວປະເທດ ເພື່ອທົບທວນຄືນການ ຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ການດຳເນີນທຸລະກິດ ແລກປ່ຽນເງິນຕາ ພ້ອມທັງລົງກວດກາ ຮ້ານແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ຈາກ ທຫລ ເພື່ອໃຫ້ຢຸດຕິການດຳເນີນ ທຸລະກິດດັ່ງກ່າວ.

ເພື່ອຫລຸດຜ່ອນຜົນກະທົບຈາກ ອັດຕາແລກປຽນອ່ອນຄ່າ ແລະ ບັນຫາສ່ວນຕ່າງລະຫວ່າງ ອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດ ກະທົບຕໍ່ເງິນເຟີ້ ທຫລ ໄດ້ສູ້ຊົນຮັກສະເຖຍລະພາບ ຂອງຄ່າເງິນກີບ ໃຫ້ເໜັງຕີງໃນລະດັບ ທີ່ກຳນົດໄວ້, ແກ້ໄຂບັນຫາສ່ວນຕ່າງ ອັດຕາແລກປ່ຽນທະນາຄານ ແລະ ຕະ ຫລາດເປັນຕົ້ນ ສືບຕໍ່ນຳໃຊ້ກົນໄກການ ກຳນົດອັດຕາແລກປ່ຽນ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ດ້ວຍການສືບຕໍ່ກໍານົດ ອັດຕາແລກປ່ຽນອ້າງອີງ ໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນຕາມ ທິດທາງການເຄື່ອນໄຫວ ຂອງຕະຫລາດເງິນຕາ ຕ່າງປະເທດຂອງສາກົນ ແລະ ພາຍໃນ; ດັດສົມເງິນຕາຕ່າງປະເທດໃຫ້ສັງຄົມ ໃຫ້ສອດຄ່ອງຕາມລະບຽບ ການ ໂດຍສຸມໃສ່ບັນດາເປົ້າ ໝາຍສິນຄ້າຍຸດທະສາດ, ສິນຄ້າທີ່ມີຄວາມຈໍາເປັນ ແລະ ອ່ອນໄຫວຕໍ່ການດໍາລົງຊີວິດ; ລົງກວດກາບັນດາ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ທີ່ເຮັດຜິດລະບຽບກ່ຽວກັບການຊື້-ຂາຍເງິນຕາຕ່າງປະທດ, ການເຄື່ອນຍ້າຍເງິນ ແລະ ອື່ນໆ ທີ່ເປັນການປັ່ນປ່ວນ ອັດຕາແລກປ່ຽນ ແລະ ຄວາມຕ້ອງ ການເງິນຕາຕ່າງປະເທດຂອງສັງຄົມ.
#insidelaos
#ອິນໄຊລາວ
Cr.KPL
ຮູບປະກອບ:https://laotiantimes.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.