ອົງການກາແດງລາວ ຈັດກອງປະຊຸມເຜີຍແຜ່ກົດໝາຍ ວຽກງານກາແດງທົ່ວປະເທດ

ຫວ່າງບໍ່​ດົນ​ມານີ້, ທີ່ ແຂວງຊຽງຂວາງ ອົງການກາແດງລາວ ໄດ້ຈັດກອງປະ ຊຸມ ເຜີຍແຜ່ກົດໝາຍວ່າດ້ວຍ ວຽກງານກາແດງ, ທີ່ໄດ້ດຳເນີນຈັດຕັ້ງປະຕິບັດມາແຕ່ ຕົ້ນເດືອນກໍລະກົດ 2018, ທີ່ນະຄອນຫລວງວຽງຈັນ, ນະຄອນປາກເຊ, ນະຄອນຫລວງພະບາງ ແລະ ແຂວງຊຽງຂວາງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໂດຍການເປັນປະທານ ຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງ ການກາແດງລາວ, ມີ ທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ຊຽງຂວາງ, ປະທານອົງການກາແດງ ແຂວງຊຽງຂວາງ, ມີຜູ້ຕາງໜ້າ ຈາກຄະນະກຳມະການ ກາແດງສາກົນ ແລະ 6 ແຂວງ ໃນທົ່ວປະເທດ ມີ ນະຄອນຫລວງວຽງຈັນ, ຄໍາມ່ວນ, ໄຊສົມບູນ, ແຂວງວຽງຈັນ, ຊຽງຂວາງ ແລະ ແຂວງຫົວພັນ.

ໃນໂອກາດດັ່ງກ່າວ, ທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈົ່ງນຳເອົາເນື້ອໃນຈິດໃຈ ກົດໝາຍສະບັບດັ່ງກ່າວ ນຳໄປຈັດຕັ້ງເຜີຍແຜ່ ໃຫ້ສັງຄົມໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຢ່າງເລີກເຊິ່ງ.ກອງປະຊຸມດັ່ງກ່າວ, ໄດ້ດຳເນີນເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສຳເລັດ, ໂດຍການສະໜັບສະໜູນ ຈາກຄະນະກຳມະການກາແດງສາກົນ ແລະ ສະຫະພັນກາແດງ.

#insidelaos

#ອິນ​ໄຊ​ລາວ

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...