ຢີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການຈັດຕັ້ງການບໍລິການດ້ານສຸຂະພາບປາກ ຢູ່ສປປ.ລາວ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າເປັນເງິນ 268.910 ໂດລາສະຫະລັດ ຫຼື ປະມານ 2,38 ຕື້ກີບ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງຮາກຖານການສຶກສາໃຫ້ແກ່ການສົ່ງເສີມສຸຂະພາບຜົ້ງປາກ ແລະ ສ້າງລະບົບພູມຄຸ້ມກັນໃຫ້ແກ່ບັນດາແຂວງໃນປະເທດລາວ.

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າດັ່ງກ່າວ ຈັດຂຶ້ນທີ່ສະຖານທູດ ຢີ່ປຸ່ນ ຮ່ວມລົງນາມລະຫວ່າງທ່ານ ອິວາໂມໂຕະ ເຄອິຈິ ອຸປະທູດຢີ່ປຸ່ນປະຈໍາ ສປປ ລາວ ແລະ ທ່ານ ໂມຊິດະ ໂທຊິມິຊຶ ຕົວແທນຈາກອົງການຊ່ວຍເຫຼືອສາກົນທາງດ້ານການສຶກສາທັນຕະກໍາແຫ່ງປະເທດຍີ່ປຸ່ນ (OISDE).

ເຊິ່ງເປັນອົງການບໍ່ຫວັງຜົນກຳໄລຈາກປະເທດຍີ່ປຸ່ນ ທີ່ໄດ້ລິເລີ່ມ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ການຕໍ່ສັນຍາການຊ່ວຍເຫຼືອລ້າໃນຄັ້ງນີ້ ຈະໃຫ້ການສະໜັບສະໜູນກິດຈະກໍາໃນປີທີ 2 ຂອງໂຄງການທີ່ມີອາຍຸ 3 ປີ ໂດຍຈະໃສ່ຊື່ວ່າ “ໂຄງການກໍ່ສ້າງຮາກຖານການສຶກສາໃຫ້ແກ່ການສົ່ງເສີມສຸຂະພາບຜົ້ງປາກ ແລະ ສ້າງລະບົບພູມຄຸ້ມກັນ”.

ໂຄງການດັ່ງກ່າວ ມີເປົ້າໝາຍທີ່ຈະຍົກລະດັບການຮັກສາທາງທັນຕະກຳ ແລະ ການປ້ອງກັນ ການລົບລ້າງພະ ຍາດໃນຜົ້ງປາກ ແລະ ການຕິດເຊື້ອຂັ້ນຮຸນແຮງໃນ ສປປ ລາວ ເຊິ່ງຄາດວ່າພວກເຂົາເຫຼົ່ານັ້ນຈະເຮັດວຽກເປັນພະຍາບານທາງດ້ານທັນຕະກໍາໃນອະນາຄົດ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: