Friday, May 1, 2026
Kbank Laos โอน รับ จ่าย
-->

ເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈຂອງປ້າແພງພອນ ວິລະຊົນແຫ່ງຊາດລາວ

ເຊື່ອໝັ້ນຕໍ່ການນໍາພາຂອງພັກຢ່າງຕາຍໃຈ, ບໍລິສຸດຕໍ່ຊາດ ແລະ ຮັບໃຊ້ປະຊາຊົນ, ຄຳເວົ້ານີ້ແມ່ນດັງກ້ອງໃນໃຈຢ່າງບໍ່ມີວັນຈືດຈ່າງຂອງ ທ່ານນາງ ແພງພອນ ຂັນທະຍົງທອງ, ວິລະຊົນແຫ່ງຊາດ” ຊຶ່ງແມ່ນບົດສໍາພາດຕອນໜຶ່ງຂອງເພີ່ນຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ.

ທ່ານນາງ ແພງພອນ ຂັນທະຍົງທອງ, ແພດສະໜາມທະ​ຫານກ້າ, ແມ່ນໜຶ່ງໃນຈໍານວນແມ່ຍິງລາວທີ່ມີນໍ້າໃຈອົງອາດກ້າຫານ, ບໍ່ຢ້ານຕາຍ ແລະ ເສຍສະຫລະຕໍ່ຊາດ ຊຶ່ງໄດ້ຢືນຢູ່ແຖວໜ້າ ແລະ ຕໍ່ສູ້ກູ້ຊາດຄຽງບ່າຄຽງໄລ່ບໍ່ໜ້ອຍໜ້າເພດຊາຍເພື່ອຕ້ານພວກສັດຕູເຂົ້າມາຮຸກຮານເຂດນໍ້າແດນດິນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ໂດຍສະເພາະແມ່ນບັ້ນຮົບສາມໝູ່ບ້ານ, ເມືອງບໍ່ແຕນ, ແຂວງໄຊຍະບູລີ, ໃນນັ້ນທັງປິ່ນປົວພໍ່ແມ່ປະ​ຊາຊົນ, ແລະ ບັນດາສະຫາຍນັກຮົບທີ່ບາດເຈັບ ແລະ ທັງຈັບປືນຕໍ່ສູ້ຕີຖອຍພວກສັດຕູໂດຍບໍ່ຄິດເສຍດາຍເສຍຊີວິດ ເພື່ອປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງເຮົາ, ນໍາເອົາຄວາມຊຸ່ມເຢັນເປັນສຸກ ແລະ ຄວາມສີວິໄລມາສູ່ປະຊາຊົນລາວທັງຊາດ.

ມາຮອດປັດຈຸບັນ, ໃນຍຸກແຫ່ງການສ້າງສາ ແລະ ພັດທະ ນາປະເທດຊາດ, ເພີ່ນໄດ້ຕັ້ງໜ້າສຸມໃສ່ທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມອາດສາມາດທີ່ມີຢູ່ເພື່ອສືບຕໍ່ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ນໍາເອົາປະເທດຊາດອອກຈາກປະເທດດ້ອຍພັດທະນາກ້າວໄປຫາການກິນອິ່ມນຸ່ງອຸ່ນ, ສະຫງົບສຸກ ແລະ ຈະເລີນໝັ້ນຄົງ, ຕາມນະໂຍບາຍຂອງພັກ ແລະ ລັດຖະບານເຮົາ.

ອີງຕາມປະຫວັດຄວາມເປັນຈິງແລ້ວ, ປ້າແພງພອນ ຂັນທະຍົງທອງ ເກີດໃນປີ 1964, ຢູ່ບ້ານນາຮີ, ເມືອງແອດ, ແຂວງຫົວພັນ;

ສະພາບຂອງຄອບຄົວເພີ່ນ ໃນເວລານັ້ນແມ່ນທຸກຍາກລໍາບາກ ຈຶ່ງບໍ່ມີໂອກາດໄດ້ເຂົ້າສຶກສາຮໍ່າຮຽນໃນຕອນອາຍຸຍັງເຍົາໄວ ແຕ່ກໍ່ໄດ້ເຂົ້າຮ່ວມເຮັດການປະຕິວັດ ແລະ ອຸທິດຊີວິດອິນຊີຂອງຕົນເພື່ອພາລະກິດຂອງຊາດ ແລະ ເປັນແບບຢ່າງນໍາໜ້າພາທາງຕາມອຸດົມການຂອງພັກໃຫ້ແກ່ເອື້ອຍນ້ອງໃນກອງກໍາລັງໄຟເພດຍິງ 279 ໂດຍສະເພາະ ເມື່ອປີ 1984 ເພິ່ນໄດ້ເຄື່ອນໄຫວສ່ຽງເປັນສ່ຽງຕາຍໃນບັ້ນຮົບ 3 ໝູ່ບ້ານ ແລະ ບັ້ນຮົບປົກປ້ອງບໍ່ແຕນ, ແຂວງໄຊຍະບູລີ; ໄລຍະຕໍ່ມາ ກໍ່ໄດ້ສືບຕໍ່ມາປະຈໍາການຢູ່ໂຮງໝໍມະໂຫສົດ, ທີ່ນະຄອນຫຼວງວຽງຈັນ.

ຜ່ານຊີວິດຕົວຈິງທີ່ທັງກີ້ງເກືອກລີເລືອ, ລົ້ມລຸກຄຸກຄານ ແລະ ນອນດິນກິນເຂົ້າແຫ້ງໃນແຕ່ລະໄລຍະນັ້ນ ເຫັນວ່າ:

ໃນເມື່ອກ່ອນການປິ່ນປົ່ວຍັງໃຊ້ວິທີແບບປະຖົມປະຖານ, ເຄື່ອງມືການແພດກໍ່ບໍ່ທັນສະໄໝ, ຄວາມຮູ້ຄວາມສາມາດຂອງແພດໝໍກໍ່ມີຄວາມຮູ້ຈໍາກັດ, ໂຮງໝໍກໍ່ມີບໍ່ພໍເທົ່າໃດແຫ່ງ ຊຶ່ງເຮັດໃຫ້ຄົນເຈັບໃນບາງທ້ອງຖິ່ນ ແລະ ເຂດຫ່າງໄກສອກຫລີກບໍ່ສາມາດເຂົ້າເຖິງການປິ່ນປົວໄດ້ຢ່າງທົ່ວເຖິງ;

Cr.Midia Laos

ໃນບາງຄັ້ງ ການປິ່ນປົວຍັງໃຊ້ວິທີພື້ນບ້ານປະສົມປະສານກັບການປິ່ນປົວແບບຢາຫຼວງໄປຄວບຄູ່ກັນໄປ; ແລະ ອີກບາງຄັ້ງ, ເມື່ອມີຄົນເຈັບຈໍານວນຫຼາຍກໍ່ບໍ່ສາມາດເຄື່ອນຍ້າຍຄົນເຈັບໄປປິ່ນປົວຢູ່ໂຮງໝໍໃຫຍ່ໄດ້ໂດຍສະເພາະໂຮງໝໍມະໂຫສົດ ແລະ ໂຮງໝໍໂອບີຢູ່ນະຄອນຫຼວງວຽງຈັນ (ປັດຈຸບັນແມ່ນໂຮງໝໍເສດຖາ) ຍ້ອນເສັ້ນທາງຄົມມະນາຄົມບໍ່ສະດວກ ບໍ່ສາມາດເຊື່ອມຕໍ່ຫາກັນນັ້ນ; ໃນຂະນະທີ່ຢູ່ບາງເຂດແຂວງກໍ່ມີເສັ້ນທາງດິນແດງນ້ອຍໆພໍຫລົມແຕ່ຕີນກວຽນ ແລະ ກໍ່ຍັງບໍ່ທັນມີພາຫານະນຳໃຊ້ອີກດ້ວຍ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຈົນເຖິງປັດຈຸບັນ, ພວກເຮົາໄດ້ມີການກໍ່ສ້າງໂຮງໝໍຂຶ້ນໃໝ່ຫລາຍແຫ່ງທີ່ທັນສະໄໝ ແລະ ເຄິ່ງທັນສະໄໝໃນທຸກໆແຂວງທົ່ວປະເທດ, ມີສຸກສາລາ ແລະ ແພດປະຈໍາບ້ານທົ່ວປະເທດ; ຍິ່ງໄປກວ່ານັ້ນພວກເຮົາຍັງມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຮຽນຈົບຈາກຕ່າງປະເທດເປັນຈຳນວນນັບມື້ນັບຫຼາຍເຊັ່ນ:

ຈາກສປ ຈີນ, ຫວຽດນາມ, ຝຣັ່ງ, ໄທ ແລະ ອື່ນໆ; ສິ່ງທີ່ສໍາຄັນແມ່ນ ພັກ-ລັດຖະບານເຮົາໄດ້ເປີດກວ້າງການຮ່ວມມືກັບຕ່າງປະເທດເຮັດໃຫ້ມາດຕະຖານການປິ່ນປົວ ແລະ ການບໍລິການຄົນເຈັບກ້າວເຂົ້າສູ່ມາດຕະຖານສາກົນຢ່າງຮອບດ້ານ,

ເຊັ່ນຕົວຢ່າງ ລັດຖະບານລາວໄດ້ຮ່ວມມືກັບ ສປ ຈີນ ດ້ານວຽກງານສາທາລະສຸກ, ໂດຍລັດຖະບານຈີນໄດ້ຊ່ວຍສ້າງໂຮງໝໍມະໂຫສົດແຫ່ງໃໝ່ທີ່ມີຄວາມທັນສະໄໝທີ່ສຸດ; ນອກນັ້ນ ລັດຖະບານຍີ່ປຸ່ນກໍ່ໄດ້ສົ່ງອາສາສະໝັກ ມາຊ່ວຍສ້າງໂຮງໝໍເສດຖາທິລາດໃຫ້ລາວ; ໃນຂະນະທີ່ລັດຖະບານຫວຽດນາມກໍ່ມາຊ່ວຍສ້າງໂຮງໝໍ 103 ຕື່ມອີກ.

ນອກຈາກນັ້ນ, ກໍ່ຍັງມີ ສ.ເກົາຫລີ, ຝຣັ່ງ, ອົງການອະນາໄມໂລກ ແລະ ອື່ນໆ ໄດ້ຮ່ວມມືຢ່າງໄກ້ຊິດກັບລັດຖະບານລາວເພື່ອຊ່ວຍພັດທະນາພື້ນຖານໂຄງລ່າງທາງດ້ານສາທາລະນະສຸກ ແລະ ຍົກລະດັບບຸກຄະລາກອນການແພດຂອງລາວເຮົາຢ່າງຕໍ່ເນື່ອງ.

ທ່ານນາງ ແພງພອນ ຂັນທະຍົງທອງ

ຍ້ອນແນວນັ້ນ, ຈຶ່ງເວົ້າໄດ້ວ່າ: ໃນໂອກາດຄົບຮອບ 65 ປີຂອງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ປີນີ້ ຖືວ່າ ເປັນ ໝາກຜົນອັນຕົວຈິງ ແລະ ຄວາມສໍາເລັດອັນຍິ່ງໃຫຍ່ທີ່ບໍ່ມີຫຍັງທຽບໄດ້ພາຍໃຕ້ພະລັງແຮງ, ແລະ ນໍ້າໃຈອັນບໍລີສຸດແຫ່ງຄວາມປອງດອງ, ຄວາມເປັນເອກະພາບ, ຄວາມຈົ່ງຮັກພັກດີ, ທັງມີຄວາມຍຸຕິທໍາ, ແລະ ຄວາມເດັດດ່ຽວຂອງປວງຊົນລາວທັງຊາດ ຈຶ່ງສາມາດຍາດໄດ້ໄຊຊະນະອັນເອກອ້າງທະນົງໃຈ ແລະ ມີກຽດສະຫງ່າ.

ເພາະສະນັ້ນ ຄົນລາວເຮົາຮຸ່ນຕໍ່ໆໄປ ຫລື ຮຸ່ນສືບທອດ ຈຶ່ງຄວນສຶກສາຮໍ່າຮຽນເອົາແບບແຜນການດໍາລົງຊີວິດ ແລະ ມູນເຊື້ອອັນດີງາມຂອງພັກມາໝູນໃຊ້ເຂົ້າໃນຊີວິດຕົວຈິງຂອງຕົນເອງຢ່າງຫນັກແຫນ້ນ ເພື່ອໃຫ້ສາມາດປົກປັກຮັກສາ ແລະ ສືບທອດພາລະກິດການປະຕິວັດຂອງພວກເຮົາໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ພາບ-ບົດ: ເກີດຂວັນໃຈ ມາລີຈັນສີ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.