ລັດຖະບານ ເລື່ອນກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ແລະກອງປະຊຸມສຳຄັນອື່ນໆ

ເມື່ອບໍ່ດົນມານີ້: ກະຊວງການຕ່າງປະເທດ

​ໄດ້ເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງ​ປະ​ຊຸມ​ສຸດຍອດ ACMECS ຄັ້ງ​ທີ 9, ກອງ​ປະ​ຊຸມ​ສຸດຍອດ CLMV ຄັ້ງ​ທີ 10 ແລະ ກອງ​ປະ​ຊຸມ​ສຸດຍອດ CLV ຄັ້ງ​ທີ 11

ປະ​ຈຸ​ບັນເຫັນ​ວ່າ ທົ່ວ​ໂລກ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ ພະ​ຍາດອັກ​ເສບ​ປອດຈາກເຊື້ອຈຸລະໂລກ​ສາຍ​ພັນ​ໄໝ່ (COVID-19) ນັບ​ມື້​ນັບ​ເພີ່ມ​ຂຶ້ນ ລວມ​ທັງ​ມີຜູ້​ເສຍ​ຊີ​ວິດ. ຫຼາຍ​ປະ​ເທດ​ໄດ້​ດຳ​ເນີນ​ທຸກວິ​ທີ​ທາງ  ເພື່ອ​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ພະ​ຍາດ​ດັ່ງ​ກ່າວ ໃນ​ນັ້ນ​ລວມ​ໄປ​ເຖິງ​ການ​ໃຊ້​ມາດ​ຕະ​ການ ​ຫຼີກ​ລ່ຽງ​ການ​ເດີນ​ທາງ​ໄປ​ຕ່າງ​ແຂວງ/ເຂດ​ແຄວ້ນ ແລະ ຕ່າງ​ປະ​ເທດ ທີ່​ມີ​ຄວາມ​ສ່ຽງ, ການກວດ​ສຸ​ຂະ​ພາບ​ທີ່​ເຄັ່ງ​ຄັດ, ມີ​ການ​ກັກ​ຕົວ​ເພື່ອກວດ​ຫາ​ເຊື້ອ​ພະ​ຍາດ ແລະ ອື່ນໆ.

ສ​ປ​ປ ລາວ ກໍ່​ໄດ້​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ຢ່າງ​ໃກ້​ຊິດ ເພື່ອ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ ພະ​ຍາດ​ດັ່ງ​ກ່າວ   ລວມ​ໄປ​ເຖິງ​ມາດ​ຕະ​ການ​ຕ່າງໆ​ທີ່​ກ່າວ​ມາ​ຂ້າງ​ເທິງ.

ພ້ອມ​ດຽວ​ກັນ​ນີ້, ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ກໍ່​ໄດ້​ຕົກ​ລົງ  ເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງ​ປະ​ຊຸມ​ສຸດຍອດ ACMECS ຄັ້ງ​ທີ 9, ກອງ​ປະ​ຊຸມ​ສຸດຍອດ CLMV ຄັ້ງ​ທີ 10 ແລະ ກອງ​ປະ​ຊຸມ​ສຸດຍອດ CLV ຄັ້ງ​ທີ 11.

ທີ່​ມີ​ແຜນ​​ຈະ​ຈັດ​ຂຶ້ນ​ໃນວັນ​ທີ 25-27 ມີ​ນາ 2020 ທີ່ ນະຄອນຫລວງວຽງຈັນ ​ອອກ​ໄປ​ກ່ອນ​ຈົນ​ກວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ຈະມີ ​ທ່າ​ອ່ຽງ​ຫລຸດ​ລົງ ແລະ ສາ​ມາດ​ຄວບ​ຄຸມ​ໄດ້​ໃນ​ລະ​ດັບ​ທີ່​ແນ່​ນອນ.

ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...