ຂ່າວດີ! ປັບລົງລາຄານໍ້າມັນເຊື້ອໄຟທົ່ວປະເທດ ເລີ່ມ 24 ມີນາ ເປັນຕົ້ນໄປ

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການ ສະບັບເລກທີ 0310/ອຄ.ກຄພນ ລົງວັນທີ 23 ມີນາ 2020 ເຖິງ ສາມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ການແຈ້ງປັບລົງລາຄານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ກະຊວງອຸດສາຫະກຳ ແລະ ການຄ້າ ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງດັ່ງນີ້

ເຊິ່ງການປັບລົງໃນຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ 300 ກີບ ທຸກຊະນິດ ແລະ ປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບລົງ 600 ກີບ/ລິດ (ຈາກ 9.720 ກີບ ລົງມາເປັນ 9.120 ກີບ/ລິດ); ແອັດຊັງທຳມະດາ ປັບລົງ 510 ກີບ/ລິດ (ຈາກ 8.890 ກີບ/ລິດ ລົງມາເປັນ 8.380 ກີບ/ລິດ) ແລະ ກາຊວນ ປັບລົງ 160 ກີບ (ຈາກ 7.900 ກີບ/ລິດ ລົງມາເປັນ 7.740 ກີບ/ລິດ) ລາຄານີ້ ແມ່ນເລີ່ມປະຕິບັດໃນວັນທີ 24 ມີນາ 2020 ນັບແຕ່ເວລາ 6:00 ໂມງ ເປັນຕົ້ນໄປ.

ສ່ວນການຄິດໄລ່ພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄິດໄລ່ກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງຂອງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0226/ກຄພນ.ຄສລ ລົງວັນທີ 23 ມີນາ 2020 ຈົນກວ່າຈະມີການປ່ຽນແປງ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...