Wednesday, April 29, 2026
Kbank Laos โอน รับ จ่าย
-->

ສະຫຼຸບຜົນການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ສົກປີ 2019-2020

ພາຍຫຼັງສໍາເລັດສັງເກດ ການທໍາລາຍລະເບີດບໍ່ທັນແຕກ (ລບຕ) ທີ່ສະໜາມທຳລາຍ ລບຕ ຂອງກອງພັນໃຫຍ່ 702, ບັນດາ ຜູ້ແທນໄດ້ສືບຕໍ່ເຂົ້າຮ່ວມພິທີສະຫຼຸບຜົນການຮ່ວມມືກັບກອງທັບຣັດເຊຍ ໃນການກວດກູ້ ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ປະຈໍາ ສົກປີ 2019-2020 ໄດ້ຈັດຂຶ້ນທີ່ໂຮງແຮມຊຽງຂວາງວິວ.

ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາການຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກ່ຽວກັບການກວດກູ້ ແລະ ທໍາ ລາຍ ລບຕ, ສະຫາຍບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ແລະ ສະຫາຍພັນເອກ ອັນເດຣ ລິນຄາເຊບ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສ ຣັດເຊຍ ປະຈຳລາວ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະປົກຄອງ ແຂວງ, ຄະນະພັກ-ຄະນະບັນຊາ ກົມກອງກໍາລັງຫຼວງ, ກໍາລັງ ທ້ອງຖິ່ນແຂວງຊຽງຂວາງ, ແຂກຖືກເຊີນ, ຄະນະອະນຸກໍາມະການຮັບຜິດຊອບວຽກງານການຮ່ວມ ມືໃນແຕ່ລະດ້ານຂອງທັງສອງຝ່າຍເຂົ້າຮ່ວມ.

ສະຫາຍ ພັນເອກ ປາດຖະໜາ ວຸດທິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດ ຊອບເນື້ອໃນ ແລະ ແຜນການ ໄດ້ລາຍງານຜົນສໍາເລັດວຽກງານຮອບດ້ານໃນການຮ່ວມມືກັບກໍາລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ກວດກູ້ ແລະ ທໍາລາຍ ລບຕ ທີ່ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ຮູ້ວ່າ:

ຜ່ານການຮ່ວມມືປະຕິບັດ ງານພາກສະໜາມກວດກູ້ ແລະ ທໍາລາຍ ລບຕ ເລີ່ມແຕ່ວັນທີ 28 ຕຸລາ 2019 ເຖິງ ວັນທີ 20 ມີນາ 2020 ໃນບໍລິເວນໄດ້ຮັບການຢັ້ງຢືນຄຸນນະພາບເປັນພື້ນທີ່ສໍາເລັດ ການກວດກູ້ ລບຕ ຈາກຫ້ອງການ ຄະນະກຳມະການແຫ່ງຊາດ ເພື່ອເກັບກູ້ ລບຕ (ຄຊກລ) ເນື້ອ ທີ່ທັງໝົດ 104.093,5 ຕາແມັດ ໄດ້ກວດພົບ ແລະ ທໍາລາຍ ລບຕ ທັງໝົດ 836 ໜ່ວຍ

ໃນນັ້ນ, ປະເພດລະເບີດລູກຫວ່ານທໍາລາຍ ກັບທີ່ຈໍານວນ 111 ໜ່ວຍ, ປະເພດສັບພະວຸດທັງໝົດ 725 ໜ່ວຍ ໃນນີ້, ທໍາລາຍກັບທີ່ຈໍານວນ 423 ໜ່ວຍ ແລະ ເຄື່ອນຍ້າຍໄປທໍາລາຍຢູ່ສະໜາມທີ່ໄດ້ກໍານົດຈໍານວນ 302 ໜ່ວຍ. ຊະນິດ ລບຕ ແລະ ສັບພະວຸດຕ່າງໆ ມີດັ່ງນີ້:

ບົມບີ BLU 26, BLU 61, ລູກປືນ 12,7 ມມ, 20 ມມ, 23 ມມ, 37 ມມ, 40 ມມ, 57 ມມ, 75 ມມ, 76 ມມ, 85 ມມ, 105, ມມ, 106 ມມ, 122 ມມ, 155 ມມ, ລູກປືນ-ຟິວ ຄົກ 50 ມມ, 60 ມມ, 81 ມມ, ລູກຈະຫຼວດ 2,75 ນີ້ວ, ລູກຈະຫຼວດ 3,5 ນີ້ວ, ມິນ M 14, ລະເບີດມື M 26, M 33, MK 3A2, ລະເບີດປາຍປືນ M 9, ບົມ 04 ປອນ, 20 ປອນ ແລະ ບົມ MK 82 (500 ປອນ).

ໃນໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຕາງໜ້າການນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ປະດັບຫຼຽນໄຊພິລາດອາດຫານ, ຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍປະເພດຕ່າງໆໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນຜູ້ທີ່ມີຜົນງານປະກອບສ່ວນໃນການຮ່ວມມືຕາມລໍາດັບຄື :

ປະດັບຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ 2 ກົມກອງ ລວມໝູ່, ບຸກຄົນ 113 ສະຫາຍ ໃນນີ້, ມີຝ່າຍລາວ 90 ສະຫາຍ ແລະ ຣັດເຊຍ 23 ສະຫາຍ; ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ບຸກຄົນຝ່າຍຣັດ ເຊຍ 16 ສະຫາຍ; ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ບຸກຄົນ ຝ່າຍລາວ 70 ສະຫາຍ, ຄະນະນັກບິນຣັດເຊຍ 13 ສະຫາຍ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ບຸກຄົນ ຝ່າຍລາວ 30 ສະຫາຍ ຕື່ມອີກ.

ແຫຼ່ງຂໍ້ມູນ: ບຸນທະວີ ອິນທະມິດ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.