ເປີດປະຫວັດ! ກອງຫຼັງດາວຮຸ່ງ ທີມຊາດຍິງລາວ “ວິໄລພອນ ແພງຊະນະ”

ວິໄລພອນ ແພງຊະນະ

ມາຮູ້ຈັກກັບ ວິໄລພອນ ແພງຊະນະ ກອງຫລັງ ດາວຮຸ່ງ ທີມຊາດຍິງລາວ ຫລາຍໆຄົນອາດຈະໄດ້ຜົນງານຂອງ ກອງຫລັງຄົນນີ້ມາແລ້ວ ວິໄລພອນ ແພງຊະນະ ໃນການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2017 ແລະ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ ປີ 2019 ທ​ີ່​ ສ​ປ​ປ​ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ.

ວິໄລພອນ ເລີ້ມຫລິ້ນເຕະບານຕັ້ງແຕ່ອາຍຸ 11 ປີ ແລະ ໄດ້​ເຂົ້າ​ຮ່ວມກ​ິດ​ຈະ​ກຳ​ທີ່ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຈັດ​ຂຶ້ນ​ໃນ​ແຕ່​ປີ​ໂດຍ​ສະ​ເພາະ​ແມ່ນ​ວັນ​ແມ່​ຍິງ​ສາ​ກົນ, ສຳ​ລັບແຮງບັນດານໃຈມາຈາກຕົນເອງມັກກິລາບານເຕະ ແລະ ຄອບຄົວໃຫ້ການສະຫນັບສະຫນູນຕະຫລອດ, ຢາກສືບຕໍ່ກິລາບານຍິງ ມີຄວາມໄຝ່ຝັນຢາກຕິດທີມຊາດແຕ່ນ້ອຍ ມີໄອດໍ້ໃນດວງໃຈ ກໍຄື SERGIO RAMOS ກອງຫລັງທີມຊາດສະເປນ.

ວິໄລພອນ ແພງຊະນະ ( ກະ​ຕ່າຍ ) ເກີດ​ວັນ​ທີ 04 ມັງກອນ 2004 ພູມລຳເນົາ: ນະຄອນຫລວງວຽງຈັນ ລວງສູງ: 165 CM ນ້ຳຫນັກ: 55 KG, ຕຳແຫນ່ງ ກອງຫລັງ,ປັດຈຸບັນກຳລັງຮຽນຢູ່ ມສ ໂພນທັນ (ມ6), ເຄີຍຫລິ້ນໃຫ້ທີມຊາດ: U14,U15,U16,U17,U19 ແລະ ກຳລັງກຽມຊຸດໃຫຍ່ ສັງກັດສະໂມສອນ : ສະໂມ ສອນ ເມືອງມະນີ ເອັຟຊີ ແລະ ສະໂມສອນ ນະຄອນຫລວງ ເຄີຍເປັນນັກກິລາ Academy:ເມືອງມະນີ ເອັຟຊີ.

ປະຫວັດການຮັບໃຊ້ທີມຊາດລາວ – 2016 JENESYS Japan-ASEAN U14 Football Exchange Programme ຢູ່ທີ່ປະເທດຍີ່ປຸ່ນ- 2017 Jockey’s Club Girls’ International Youth Invitational Football Tournament U14 ຢູ່ທີ່ ຮົງກົງ ໄດ້ອັນດັບ 3- 2017 AFF U15 GIRLS’ CHAMPIONSHIP 2017 ຢູ່ທີ່ ສປປລາວ- 2018 AFF U16 GIRLS’ CHAMPIONSHIP 2018 ຢູ່ທີ່່ປະເທດອິນໂດເນເຊຍ ໄດ້ອັນດັບ 4- 2018 AFC U-16 WOMEN’S CHAMPIONSHIP 2019, Qualifiers Round 1 ຢູ່ທີ່ປະເທດມົງໂກລີ ເປັນແຊ້ມກຸ່ມ ບີ- 2019 AFC U-16 WOMEN’S CHAMPIONSHIP 2019, Qualifiers Round 2 ຢູ່ທີ່ ສປປລາວ- 2019 Jockey’s Club Girls’ International Youth Invitational Football Tournament U17 ຢູ່ທີ່ ຮົງກົງ ໄດ້ອັນດັບ 1 – 2019 Bangamata U-19 Women’s International Gold Cup 2019 ຢູ່ປະເທດບັງກະລາເທດ ໄດ້ອັນດັບ 1 ຮ່ວມ- 2019 AFF U15 GIRLS’ CHAMPIONSHIP 2019 ຢູ່ທີ່ປະເທດໄທ ໄດ້ອັນດັບ 2

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,