ໄຊຍະບູລີ ສືບຕໍ່ຮັບແຮງງານລາວ 120 ຄົນທີ່ຕົກຄ້າງຢູ່ຈັງຫວັດເລີຍ!

ຍ້ອນສະພາບ ເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກວ້າງ ເຮັດໃຫ້ມີແຮງງານລາວທີ່ໄປອອກແຮງງານຢູ່ປະເທດໄທ ເຊິ່ງມີຈຸດປະສົງກັບຄືນບ້ານຂອງຕົນ ບໍ່ສາມາດກັບຄືນໄດ້ຕາມກໍານົດເວລາ ຈຶ່ງຖືກຕົກຄ້າງຢູ່ອໍາເພີທ່າລີ ຈັ່ງຫວັດເລີຍຣາຊະ ອານາຈັກໄທ ເຊິ່ງຝ່າຍໄທໄດ້ ອໍານວຍຄວາມສະດວກດ້ານສະຖານທີ່, ເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ແກ່ແຮງງານລາວເປັນຢ່າງດີ.

ໃນຕອນບ່າຍວັນທີ 7 ເມສາ 2020 ນີ້, ຢູ່ທີ່ອາຄານດ່ານສາກົນຂົວມິດຕະພາບນໍ້າເຫືອງ ອໍາເພີທ່າລີ່ ຈັ່ງຫວັດເລີຍ ໄດ້ຈັດພິທີ ມອບ-ຮັບແຮງງານລາວທີ່ຕົກຄ້າງຢູ່ອໍາເພີທ່າລີ ໃຫ້ແຂວງໄຊະຍະບູລີ ເຊິ່ງຕາງໜ້າຝ່າຍແຂວງໄຊຍະບູລີ ນໍາໂດຍທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ແລະ ຝ່າຍຈັ່ງຫວັດເລີຍ ນໍາໂດຍທ່ານ ໂສພົນ ສຸວັນນະລັດ ຮອງຜູ້ວ່າຣາຊະການຈັ່ງຫວັດເລີຍ ພ້ອມດ້ວຍຄະນະ.

ໃນການມອບ-ຮັບຄັ້ງນີ້, ມີແຮງງານລາວທີ່ຕົກຄ້າງທັງໝົດ 120 ກ່ວາຄົນ, ຍິງ 50 ກ່ວາຄົນ. ໃນນີ້, ແຮງງານເມືອງໄຊຍະບູລີ 5 ຄົນ, ຍິງ 2 ຄົນ, ເມືອງພຽງ 30 ກ່ວາຄົນ, ຍິງ 16 ຄົນ, ເມືອງປາກລາຍ 30 ກ່ວາຄົນ, ຍິງ 13 ຄົນ, ເມືອງແກ່ນທ້າວ 30 ກ່ວາຄົນ, ຍິງ 17 ຄົນ, ເມືອງບໍ່ແຕນ 7 ຄົນ, ຍິງ 5 ຄົນ, ເມືອງທົ່ງມີໄຊ 3 ຄົນ, ຍິງ 1 ຄົນ, ແຂວງວຽງຈັນ 5 ຄົນ, ຍິງ 3 ຄົນ ແລະ ນະຄອນຫຼວງວຽງຈັນ 3 ຄົນ, ຍິງ 2 ຄົນ.

ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນພາຍຫຼັງທີ່ໄດ້ມີການມອບ-ຮັບ ແຮງງານລາວທີ່ຕົກຄ້າງໃນຄັ້ງນີ້ແລ້ວ ໃຫ້ປິດ ແລະ ຍຸຕິ ສູນຄວບຄຸມກັກກັນ ໃນພື້ນທີ່ອໍາເພີທ່າລີ ຈັ່ງຫວັັດເລີຍ ແຫ່ງຣາຊະອານາຈັກໄທ ແລະ ຫ້າມບໍ່ໃຫ້ມີການເຄື່ອນຍ້າຍແຮງງານລາວເຂົ້າຈັ່ງຫວັດເລີຍ ຈົນກວ່າສະພາບຈະເປັນປົກກະຕິ ແລະ ໃຫ້ປະຕິບັດຕາມຫຼັກການຢູ່ບ່ອນໃດ ແມ່ນກັກບໍລິເວນຢູ່ບ່ອນນັ້ນ, ສືບຕໍ່ຮ່ວມມືທາງດ້ານຂໍ້ມູນຂ່າວສານ ດ້ານວິຊາການແພດ ເພື່ອຄວບຄຸມ ໂຄວິດ-19 ຮ່ວມກັນ.

ທາງຝ່າຍຈັ່ງຫວັດເລີຍ ຈະສືບຕໍ່ຮ່ວມມືກັບຝ່າຍແຂວງໄຊຍະບູລີ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ກໍລະນີທີ່ປະຊາຊົນຂອງທັງສອງຝ່າຍມີຄວາມຈໍາເປັນທີ່ຈະເດີນທາງຜ່ານແດນ ແມ່ນຈະຕ້ອງມີໜັງສືຢັ້ງຢືນຈາກກົງສູນ, ສະຖານທູດ ຂອງແຕ່ລະຝ່າຍ ແລະ ມີໜັງສືຢັ້ງຢືນການແພດຕາມລະບຽບການກ່ອນ ແລ້ວຈຶ່ງອະນຸຍາດຂ້າມດ່ານໄດ້.

ແຫຼ່ງຂໍ້ມູນ: ໂດຍ: ສອດສ່ອງ, ແຫລ່ງຂ່າວ: ໄຊຍະບູລີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...