ການຄ້າຢືນຢັນ! ສິນຄ້າຍັງພຽງພໍ ແລະ ຮັບປະກັນໄດ້ຢ່າງໜ້ອຍເຖິງ 2 ເດືອນ

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ

ການຄ້າຢືນຢັນ! ປັດຈຸບັນນີ້ສິນຄ້າຍັງພຽງພໍ ແລະ ຮັບປະກັນໄດ້ຢ່າງໜ້ອຍເຖິງ 2 ເດືອນສັງຄົມຫວັ່ນ ທ່າມກາງທີ່ມີການລະບາດຂອງເຊື້ອໂຄວິດ-19 ສິນຄ້າອຸປະໂພກ-ບໍລິໂພກ ຈະຂາດຕະຫຼາດ ຫຼື ມີແມ່ຄ້າສວຍໂອກາດຂຶ້ນລາຄາ.

ໃນໂອກາດເຂົ້າຮ່ວມພິທີຖະແຫຼງຂ່າວລາຍງານສະພາບການແຜ່ລະບາດຂອງເຊື້ອໂຄວິດ ທີ່ກະຊວງສາທາລະນະສຸກ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຢັ້ງຢືນວ່າ ຈະເອົາໃຈໃສ່ຄວບຄຸມລາຄາສິນຄ້າ ພ້ອມປັບໄໝແມ່ຄ້າທີ່ຂຶ້ນລາຄາຕາມອຳເພີໃຈ ແລະ ຮັບປະກັນວ່າ ສິນຄ້າຍັງພຽງພໍ ແລະ ສາມາດຮັບປະກັນໄດ້ອີກຢ່າງໜ້ອຍ 2 ເດືອນ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ:

ຜ່ານການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ແລະ ໜ່ວຍງານສົ່ງເສີມການຜະລິດບໍລິການການ ແລະ ຈໍລະຈອນສິນຄ້າ ໃນໄລຍະຜ່ານມາສາມາດສັງເກດຕີລາຄາໄດ້ວ່າ:

ເຈົ້າໜ້າທີ່ກວດກາຂອງພວກເຮົາ ແລະ ເຈົ້າໜ້າທີ່ຕຳຫຼວດໄດ້ລົງຕິດຕາມກວດກາຕາມຕະຫຼາດ ແລະ ຮ້ານຄ້າຕ່າງໆ ເຊິ່ງໂດຍທົ່ວໄປແລ້ວສິນຄ້າຍັງມີພຽງພໍ, ຍັງຂ້ອນຂ້າງປົກກະຕິ, ມີການເໜັງຕີງພຽງ 2-3 ລາຍການທີ່ມີລາຄາສູງຂຶ້ນໜ້ອຍໜຶ່ງ ແຕ່ພວກເຮົາກໍ່ໄດ້ມີການກວດກາບັນທຶກ ເຊິ່ງສ່ວນຫຼາຍແມ່ນລາຄາຊີ້ນໝູ ທີ່ນອນຢູ່ໃນລາຄາຄວບຄຸມໃຫ້ຂາຍກິໂລລະ 40 ພັນກີບ ຢູ່ໃນນະຄອນຫຼວງວຽງຈັນຜ່ານການກວດກໍ່ເຫັນວ່າບາງຕະຫຼາດກໍ່ຂາຍຮອດ 45-48 ພັນກີບຕໍ່ກິໂລ ໃນ 8 ຕະຫຼາດ,​ ມີ 6 ຕະຫຼາດຍັງມີການລະເມີດພວກເຮົາກໍ່ໄດ້ມີການປັບໄໝແມ່ຄ້າທີ່ຂຶ້ນລາຄາສິນຄ້າເກີນລາຄາທີ່ກຳນົດ.

ທ່ານກ່າວຕື່ມວ່າ: ດ້ານຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ແລະ ແຈ້ງການ 461/ຫສນຍ ຈະໄດ້ຮັບການປະຕິບັດຢ່າງເຂັ້ມງວດ ໂດຍລະບຸວ່າຍັງອະນຸຍາດຄືເກົ່າໃນການຂົນສົ່ງສິນຄ້າ ຍັງມີຫຼາຍອັນທີ່ຄວາມເຂົ້າໃຈຂອງເຈົ້າກ່ຽວຂ້ອງທີ່ບໍ່ໄດ້ຮັບຜິດຊອບໂດຍກົງດ້ານຄວາມໝັ້ນຄົງຢ້ານມັນແຜ່ລະບາດ ບາງເທື່ອກໍ່ມີການສະກັດກັ້ນກາຍຂອບເຂດເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈໍລະຈອນສິນຄ້າຂ້ອນຂ້າງມີອັນຝືດເຄື່ອງ.

ແຕ່ຂະນະດຽວກັນນັ້ນຍັງເຫັນວ່າ ຍອດຈຳໜ່າຍສິນຄ້າໃນທ້ອງຕະຫຼາດຫຼຸດລົງອາດເປັນຍ້ອນກ່ອນໜ້ານີ້ມີການກັກຕຸນສິນຄ້າໄວ້ ເຮັດການສະໜອງໝູ ແລະ ງົວ-ຄວາຍໃນຕະຫຼາດມີຈຳນວນຫຼຸດລົງ.

ຜ່ານການກວດກາຂອງພະແນກກະສິກຳນະຄອນຫຼວງ ແລະ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ຂໍຢັ້ງຢືນວ່າ ສິນຄ້າສະບຽງປະເພດກະສິກຳສາມາດກຸ້ມໄດ້ເຖິງ 2 ເດືອນ ຮັບປະກັນບໍ່ມີບັນຫາຫຍັງ, ສຳລັບສິນຄ້າອຸປະໂພກ-ບໍລິໂພກ ກໍ່ໄດ້ເຮັດບົດບັນທຶກກັບຜູ້ນໍາເຂົ້າລາຍໃຫຍ່ປະຈຸບັນສາມາດກຸ້ມໄດ້ເຖິງ 6 ອາທິດ ຖ້າເອົາເຂົ້າມາຫຼາຍສິນຄ້າກໍ່ຈະຄ້າງ ແລະ ແຕ່ການຈໍລະຈອນສິນຄ້າ ແລະ ຂົນສົ່ງສິນຄ້າຈະຢູ່ໃນພາວະປົກກະຕິ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...