ຜູ້ນໍາອາຊຽນ ຕົກລົງຮ່ວມມືກັນຕ້ານພະຍາດໂຄວິດ-19 ແລະ ຫຼີກເວັ້ນຂ່າວປອມ

ກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດຂອງຜູ້ນຳອາຊຽນ ໄດ້ຕົກລົງຮ່ວມມືກັນຕ້ານການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ແລະ ຫຼີກເວັ້ນຂ່າວປອມ ຫຼື ຂ່າວທີ່ບໍ່ມີມູນຄວາມຈິງ, ເຊິ່ງຈະເຮັດໃຫ້ແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ. 

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 14 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຂົ້າຮ່ວມດ້ວຍຜົນສຳເລັດສູງ.

ກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນ ກ່ຽວກັບການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຮັບຮອງເອົາຖະແຫຼງການ, ເຊິ່ງເຫັນດີສືບຕໍ່ຮ່ວມມືກັນໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນອັນດີ ກ່ຽວກັບມາດຕະການໃນການສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ແລະ ເຫັນດີໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ;

ໄດ້ເຫັນດີຕໍ່ຂໍ້ສະເໜີສ້າງກອງທຶນສຸກເສີນ ເພື່ອຮັບມືກັບພະຍາດໂຄວິດ-19; ການສ້າງຄັງແຮສຸກເສີນອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ; ການຮັກສາການສະໜອງແບບຕ່ອງໂສ້ດ້ານຄົມມະນາຄົມຂົນສົ່ງ, ການບໍລິການ ແລະ ການສະໜອງສິນຄ້າ ອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈຳເປັນ;

ການຮ່ວມມືກັນເພື່ອສະກັດກັ້ນ ແລະ ຫຼີກເວັ້ນຂ່າວປອມ ຫຼື ຂ່າວທີ່ບໍ່ມີມູນຄວາມຈິງ, ເຊິ່ງຈະເຮັດໃຫ້ແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ; ແລະ ເຫັນດີຮ່ວມກັນໃນການວາງແຜນຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຄືນໃໝ່ ພາຍຫຼັງສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.

ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈ ບັນດາປະເທດເພື່ອນມິດອາຊຽນ ກໍ່ຄືອົງການຈັດຕັ້ງສາ ກົນ ລວມທັງອົງການອະນາໄມໂລກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານຊ່ຽວຊານ ກໍ່ຄືອຸປະກອນການແພດໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄ ວິດ-19; ພິເສດ,

ໄດ້ສະແດງຄວາມຂອບໃຈ ລັດຖະບານຫວຽດນາມ ທີ່ໄດ້ຈັດສົ່ງອຸປະກອນ ພ້ອມດ້ວຍທີມງານວິຊາການ ແພດໝໍມາຊ່ວຍ ໃນການວາງແຜນສະກັດກັ້ນ ກໍ່ຄືໃຫ້ບົດຮຽນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ແຫຼ່ງຂໍ້ມູນ: ຂ່າວ: ວຽງຈັນທາຍ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...