ສະພາບການລະບາດພະຍາດໂຄວິດ-19 ຄົງທີ່ຍ້ອນປະຊາຊົນບັນດາເຜົ່າ ເປັນເຈົ້າການຮ່ວມມື ປະຕິບັດຄໍາສັ່ງ 06/ນຍ

ໃນ ສ ປປ ລາວ 08 ມື້ ທີ່ບໍ່ມີຜູ້ຕິດເຊື້ອໃຫມ່, ໃນຈໍານວນຜູ້ຕິດເຊື້ອ 19 ຄົນ ກໍ່ໄດ້ອອກໂຮງຫມໍແລ້ວ 2 ຄົນ ຍັງເຫຼືອ 17 ຄົນທີ່ຈະໄດ້ສືບຕໍ່ຕິດຕາມປິ່ນປົວຢ່າງໃກ້ຊິດ.

ສະພາບການລະບາດຄົງທີຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດຄໍາສັ່ງ 06/ນຍ, ຍ້ອນມີການຊີ້ນໍາຈາກອໍານາດການປົກຄອງທຸກຂັ້ນ, ມີການສະຫນັບສະຫນູນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສັງຄົມທຸກພາກສ່ວນ.

ຂໍສະແດງຄວາມຍ້ອງຍໍຊົມເຊີມມານະໂອກາດນີ້ດ້ວຍ.

ສະນັ້ນ, ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງໄປເລື້ອຍໆ ເຮັດ ໃຫ້ພວກເຮົາສາມາດກັບມາດໍາລົງຊີວິດຕາມປົກກະຕິໄດ້.

ໃນຕໍ່ຫນ້ານີ້ ຈີ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການ ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນໍາຕ່າງໆຢ່າງເຂັ້ມງວດ.

ສະເພາະມື້ນີ້ ສັງເກດເຫັນວ່າ ໃນນະຄອນຫຼວງວຽງຈັນ ມີການສັນຈອນ ຂອງລົດລາງພາຫະນະເປັນ ຈໍານວນຫຼາຍ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ຈໍາກັດຕົນເອງຢູ່ເຮືອນ ແລະ ກໍ່ຂໍໃຫ້ ຄະນະເຈົ້າຫນ້າທີ່ກວດກາຄວາມເປັນ ລະບຽບຮຽບຮ້ອຍ ຄືໄລຍະຜ່ານມາ ຍ້ອນວ່າ ຄໍາສັ່ງ 06/ນຍ ຍັງສືບຕໍ່ ປະຕິບັດ ອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ.

ຂໍໃຫ້ບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງ ໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດ ໂຄວິດ 19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບ ຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ປະເທດຊາດເພື່ອຜ່ານວິກິດຂອງ ການລະບາດພະຍາດໂຄວິດ 19.

ກ່າວໂດຍ ໂດຍທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ຖະແຫຼງເມື່ອ ເວລາ 14:30 ໂມງ ຂອງວັນທີ່ 20 ເມສາ 2020.


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...