Sunday, March 23, 2025

ລັດສືບຕໍ່ໂຈະການໃຫ້ບໍລິການຮ້ານອິນເຕີເນັດກາເຟ ທົ່ວນະຄອນຫຼວງວຽງຈັນ

ພາບປະກອບ

ແຈ້ງການ ເຖິງ: ທ່ານ ຫົວຫນ້າຫ້ອງວ່າການເມືອງ 9 ຕົວເມືອງ, ທ່ານ ນາຍບ້ານ ແລະ ບັນດາຫົວຫນ່ວຍທຸລະກິດ ທີ່ໃຫ້ບໍລິການອິນເຕີເນັດກາເຟ ທົ່ວນະຄອນຫຼວງວຽງຈັນ.

ເລື່ອງ: ໃຫ້ສືບຕໍ່ໂຈະການໃຫ້ບໍລິການຮ້ານອິນເຕີເນັດກາເຟ ທົ່ວນະຄອນຫຼວງວຽງຈັນ.

– ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 481/ຫສນຍ, ລົງວັນທີ 15 ເມສາ 2020 ວ່າດ້ວຍການຕໍ່ເວລາ ແລະ ການແນະນໍາເພີ່ມເຕີມ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກ ລັດຖະມົນຕີ ສະບັບເລກທີ 06/1ມຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID-19. ອີງຕາມແຈ້ງການຂອງຫ້ອງການກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 686/ປທສ, ລົງວັນທີ 30 ມີນາ 2020 ວ່າດ້ວຍການໂຈະການໃຫ້ບໍລິການຮ້ານອິນເຕີເນັດກາເຟ.

ເ່ພື່ອເປັນການສືບຕໍ່ເພີ່ມທະວິມາດຕະການສະກັດກັ້ນ, ກັນການລະບາດ, ຄວມຄຸມ ແລະ ກຽມພ້ອມຮອບ ດ້ານ ເພື່ອຕ້ານພະຍາດ COVID-19 ໃຫ້ມີປະສິດຜົນດີ.

ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານທຸກພາກສ່ວນຊາບວ່າ:

ໃຫ້ບັນດາຮ້ານອິນເຕິ ເນັດກາເຟ ສືບຕໍ່ໂຈະການໃຫ້ບໍລິການອິນເຕີເນັດ ທົ່ວນະຄອນຫຼວງວຽງຈັນ ຕາມແຈ້ງການຂອງຫ້ອງການກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 686/ຫກຊ.ກຕຂ, ລົງວັນທີ 30 ມີນາ 2020 ແລະ ແຈ້ງການຂອງພະແນກ ປທສ ນະຄອນຫຼວງວຽງຈັນ ສະບັບເລກທີ 216/ພປທສ, ລົງວັນທີ 26 ມີນາ 2020 ຢ່າງເຂັ້ມງວດ ຈົນກວ່າຈະມີການປ່ຽນແປງ.

ດັ່ງນັ້ນ, ຈິ່ງແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່