ໝໍບອກ “ລາຊາບີ” ສາມາດຢຸດຢັ້ງ COVID-19 ໄດ້!

ວັນທີ 19 ເມສາ ຜ່ານມາ ທ່ານໝໍ ປຣາໂມດ ສະຖຽນຣັດ ຮອງອະທິບໍດີ ກົມການແພດແຜນໄທ ແລະການແພດທາງເລືອກ ກະຊວງສາທາລະນະສຸກ ເວົ້າເຖິງຄວາມຄືບໜ້າການສຶກສາວິໄຈຟ້າທະລາຍໂຈນ ທີ່ມີຕໍ່ເຊື້ອໄວຣັດ ໂຄໂຣນາ 2019 ວ່າ:

ເປັນທີ່ຮູ້ກັນດີວ່າ “ຟ້າທະລາຍໂຈນ” ມີລິດສຳຄັນ 4 ຢ່າງຄື 1. ກະຕຸ້ນພູມຄຸ້ມກັນ 2. ຕ້ານໄວຣັດ 3. ຕ້ານການອັກເສບ ແລະ 4. ຫຼຸດໄຂ້ ເຊິ່ງມີການວິໄຈມາດົນແລ້ວ ຢ່າງໃດກໍດີ ເມື່ອ 10 ປີກ່ອນ ຕອນໂລກຊາລະບາດ ຈີນໄດ້ສຶກສາວິໄຈວ່າ ສາມາດຕ້ານໄວຣັດໂຄໂຣນາຊາໄດ້.

ທາງອິນໄຊລາວ ຂໍນຳຂໍ້ມູນສະຫຼຸບມາໄດ້ດັ່ງນີ້:

  1. ຜົນຂອງການຖະແຫຼງຂ່າວ ຍັງເປັນພຽງການທົດລອງໃນຫຼອດທົດລອງ ເຊິ່ງໃຊ້ປະລິມານຢາສູງກວ່າປົກກະຕິ ເຖິງ 5 ເທົ່າ.
  2. ສານແອນໂດກຣາໂຟໄລ ໃນລາຊາບີ ຊ່ວຍທຳລາຍ COVID-19 ໄດ້ ເຮັດໃຫ້ໄວຣັດອ່ອນແອ ບໍ່ສາມາດເຂົ້າສູ່ເຊວໄດ້ ແລະເຮັດໃຫ້ໄວຣັດແບ່ງຕົວເພີ່ມໃນເຊວບໍ່ໄດ້.
  3. ແຕ່ລາຊາບີ ປ້ອງກັນບໍ່ໃຫ້ຕິດເຊື້ອ COVID-19 ບໍ່ໄດ້ ຄືຮັກສາ ບໍ່ແມ່ນປ້ອງກັນ.
  4. ແຕ່ຄົນທົ່ວໄປ ບໍ່ຄວນກິນລາຊາບີ ໃນປະລິມານສູງ ແລະໂດຍປົກກຕິແລ້ວ ບໍ່ເກີນ 5 ມື້ຕິດຕໍ່ກັນ, ບໍ່ດັ່ງນັ້ນ ຈະເກີດໂທດຕໍ່ໝາກໄຂ່ຫຼັງໄດ້.

ແຫຼ່ງຂໍ້ມູນ: https://news.thaipbs.or.th/content/291375

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...